ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງພົນທີ 5 ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ

Jan 4, 2025

ຢູ່ທີ່ກອງພົນທີ 5 ໄດ້ຈັດຕັ້ງພິທີເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ໃນວັນທີ 3 ມັງກອນ 2025 ເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ ແລະ ຕ້ອນຮັບກອງປະຊຸມໃຫ່ຍສະໄໝທີ VII ຂອງອົງຄະນະພັກກອງພົນທີ 5 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານກອງພົນທີ 5 ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ກອງພັນໃຫ່ຍ , ກອງພັນນ້ອຍ ກອງຮ້ອຍເອກະລາດ , ສູນຝຶກ , ໂຮງໝໍ ຕະຫຼອດຮອດພະນັກງານ-ນັກຮົບ ຄູຝຶກນັກກິລາເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 5 ກໍ່ໄດ້ຂື້ນ ຜ່ານແຜນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ແລະ ຕ້ອນຮັບກອງປະຊຸມໃຫ່ຍສະໄໝທີ VII ຂອງອົງຄະນະພັກກອງພົນທີ5 ໃຫ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໜາຍຄວາມສຳຄັນ ເລີ່ກເຊີ່ງ ຈາກນັ້ນກໍ່ຍັງເປັນການຮັດແໜ້ນ ຄວາມສາມັກຄີ ໄມຕີຈິດມິດຕະພາບ ໃຫ້ແໜ້ນແຟ້ນຍີ່ງໆຂື້ນ ແລະ ທັງເປັນຖອດຖອນບົດຮຽນຂະບວນການກິລາລະຫວ່າງອົງການ , ກົມກອງກັບກົມກອງ ໃຫ້ໄດ້ຮັບການພັດທະນາດີຂື້ນ ການເປີດຂະບວນການແຂ່ງຂັນກິລາຄັ້ງນີ້ປະເພດກິລາມວນຊົນລວມມີ 9 ປະເພດກິລາຄື: ກິລາບານເຕະ , ບານສົ່ງຊາຍ-ບານສົ່ງຍີງ , ກິລາຕໍ້ , ກິລາເປຕັງຊາຍ-ເປຕັງຍີງ,ດອກປີກໄກ່ຊາວໜຸ່ມ ຍີງ – ອາວຸໂສ ແລະ ປະເພດກິລາການທະຫານມີ8ລາຍປະເພດກິລາຄື ກິລາແລ່ນມ້າງປະກອບອາວຸດ , ກິລານັກຮົບແຂງແຮງ, ກິລາແລ່ນສີ່ງກິດຂວາງ4×50ແມັດ , ກິລາ ງົດງາມ , ກິລາຍີງປືນກາ 59 , ກິລາຍີງປືນ ອາກາ ລວມມໝູ່ , ກິລາຍີງປືນແອັດສະແບແດລວມໝູ່ ລວມທັງໜົດມີ 17 ທີມ ໃນນີ້ກິລາບານເຕະ ມີ 12 ທີມ , ກິລາບານສົ່ງຊາຍມີ 12 ທີມ , ກິລາບານສົ່ງຍີງມີ 4 ທີມ , ກິລາຕໍ້ຫວາຍມີ 17 ທີມ , ກິລາ ເປຕັງອາວຸດໂສ 20 ທີມ , ກິລາເປຕັ້ງທົ່ວໄປ 23 ທີມ . ກິລາເຕັງຍີ13 ທີມ , ກິລາດອກປີກໄກ່ 9 ທີມ ກິລດອກປີກໄກ່ຍີງ 3 ທີມ ເຂົ້າຮ່ວມແຂ່ງຂັນ.
ໂອກາດດັ່ງກ່າວ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານກອງພົນທີ 5 ປະທານພິທີກໍ່ໄດ້ຂື້ນມີຄຳເຫັນ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍ ຄະນະຮັບຜິດຊອບ ທີ່ໄດ້ພ້ອມກັນ ຫ້າງຫາກະກຽມ ຄວາມພ້ອມດ້ານຕ່າງໆ ເຮັດໃຫ້ການເປີດຂະບວນແຂ່ງຂັນຄັ້ງນີ້ ສຳເລັດໄປດ້ວຍດີ ຈາກນັ້ນສະຫາຍຍັງຮຽກຮ້ອງມາຍັງບັນດາສະຫາຍຄູຝຶກ ນັກກິລາທຸກສະຫາຍ ຈົ່ງພ້ອມກັນສຸມສະຕິປັນຍາ ເຫື່ອແຮງຂອງຕົນ ເຂົ້າໃນການແຂ່ງຂັນຄັ້ງນີ້ ເພື່ອຍາດແຍ່ງເອົາຂອງຂັວນລາງໄປສູ່ກົມກອງຂອງຕົນ ເອົາໃຈໃສ່ ຮັກສາແໜ້ນຄວາມສາມັກຄີ ມີນໍ້າໃຈຮູ້ໃຫ້ອະໄພ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ທັງນີ້ກໍ່ເພື່ອເຮັດໃຫ້ການແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ ຕ້ອນຮັບກອງປະຊຸມໃຫ່ຍສະໄໝທີ VII ຂອງອົງ
ຄະນະພັກກອງພົນທີ 5 ຄັ້ງນີ້ ດຳເນີນໄປດ້ວຍໜາກຜົນອັນຈົບງາມ ແລະ ມີບັນຍາກາດຟົດຟື້ນ. ການແຂ່ງຂັນກິລາຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 10 ວັນຈີງຈະປິດລົງ.
ພາບຂ່າວ:ແສງອາທິດ ສິດາໄລ
May be an image of 4 people and clarinet
May be an image of 4 people and text