ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ກະກຽມຝືກຊ້ອມການຍິງປືນສະແດງ ຍິງລູກປືນແທ້ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ,
ໃນວັນທີ 2 ມັງກອນ 2024 ນີ້, ທຸກພາກສ່ວນທີ່ໄດ້ຮັບການມອບໜ້າທີ່ຕາມວີຊາສະເພາະແມ່ນໄດ້ເຂົ້າ ປັບປຸງກໍ່ສ້າງສະຖານທີ່ພັກເຊົາສໍາເລັດຕາມແຜນການ, ເພື່ອຮັບປະກັນໃຫ້ການຊ້ອມຮົບສະແດງຍິງລູກປືນແທ້ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ສໍາເລັດຕາມຄາດໝາຍ ແລະ ຮັບປະກັນໄດ້ຄວາມປອດໄພ 100 ສ່ວນຮ້ອຍ.
ໂດຍ: ລຸນທອງ ສອນມະນີ








