ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງກະສິກຳ-ປ່າໄມ້ ສຸມໃສ່ສົ່ງເສີມການຜະລິດສະບຽງອາຫານ ສະໜອງພາຍໃນ

Jan 8, 2025

ໃນປີ 2024 ຜ່ານມາ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ສຸມໃສ່ຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານທີ່ຈຳເປັນ ແລະ ເປັນພື້ນຖານ ເປັນຕົ້ນ ການຜະລິດເຂົ້າ, ຊີ້ນ, ໄຂ່ໄກ່, ປາ ແລະ ພືດຜັກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າ ໂດຍລວມແມ່ນສາມາດຕອບສະໜອງ ໄດ້ຕາມຄວາມຕ້ອງການບໍລິໂພກພາຍໃນ ໄດ້ໂດຍພື້ນຖານ. ສ່ວນບາງແຂວງ ທີ່ຍັງບໍ່ສາມາດຜະລິດບາງພືດສະບຽງອາຫານ ໄດ້ພຽງພໍ ກໍໄດ້ມີການດຸ່ນດ່ຽງ ຈາກແຂວງໃກ້ຄຽງ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດ ໃນໂອ ກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັັ້ງທີ II ປີ 2024 ໃນວັນທີ 7 ມັງກອນ 2025 ນີ້ວ່າ: ໃນໄລຍະ 1 ປີ ຜ່ານມາ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ຂຸ້ນຂ້ຽວ ສືບຕໍ່ສຸມໃສ່ ຊຸກຍູ້ ແລະ ສົ່ງ ເສີມ ການຜະລິດສະບຽງອາຫານທີ່ຈຳເປັນ ແລະ ເປັນພື້ນຖານ ເປັນຕົ້ນ ຜະລິດເຂົ້າເປືອກ ໄດ້ 3,7 ລ້ານໂຕນ, ບັນລຸຕາມແຜນ ເຫລືອກິນ ແລະ ແຮໄວ້; ຜະລິດພືດສະບຽງອາຫານໄດ້ 2,6 ລ້ານໂຕນ, ລື່ນແຜນການ 6%; ຜະລິດພືດ ເປັນສິນຄ້າ ໄດ້ 11 ລ້ານໂຕນ, ລື່ນແຜນການ 12,9%; ຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ 554.600 ໂຕນ, ບັນລຸຕາມແຜນການ. ຢ່າງໃດກໍຕາມ ຍັງມີບາງເມືອງ ຂອງແຂວງຈຳນວນໜຶ່ງ ຕາມຊາຍແດນ, ບັນດາໂຮງແຮມ ແລະ ໂຄງການຂອງຕ່າງປະເທດ ຍັງນຳເຂົ້າບາງລາຍການ ສິນຄ້າກະສິກຳໝວດອາຫານ ຈາກຕ່າງປະເທດ.
ສຳລັບ ການສົ່ງອອກສິນຄ້າກະສິກຳ-ປ່າໄມ້ ໃນໄລຍະ 9 ເດືອນ ປີ 2024 ປະຕິບັດ ໄດ້ 1.214 ລ້ານ ໂດລາສະຫະລັດ, ລື່ນແຜນການ (ແຜນການຕາມສະພາແຫ່ງຊາດຮັບຮອງ ແມ່ນ 1.200 ລ້ານ). ສ່ວນການຜະລິດທົດແທນການນໍາເຂົ້າ ດ້ານປັດໄຈການຜະລິດ ແມ່ນລື່ນແຜນການ ຄື: ຫົວອາຫານສັດ ສາມາດປະຕິບັດໄດ້ 475.000 ກວ່າໂຕນ, ເທົ່າກັບ 91% ຂອງການສະໜອງຫົວອາຫານສັດ ຢູ່ຕະຫລາດພາຍໃນ (ມະຕິສະພາແຫ່ງຊາດ ໃຫ້ໄດ້ຫລາຍກວ່າ 70%); ຝຸ່ນຊີວະພາບ ສາມາດປະຕິບັດໄດ້ 1.300.000 ໂຕນ, ເທົ່າກັບ 65% ຂອງການສະໜອງຝຸ່ນຊີວະພາບ ຢູ່ຕະຫລາດພາຍໃນ (ມະຕິສະພາແຫ່ງຊາດ 50%). ແນວໃດກໍຕາມ, ສິນຄ້າກະສິກໍາຫລັກ ທີ່ພວກເຮົານໍາເຂົ້້າແມ່ນ ໝວດວັດຖຸດິບ ເພື່ອການປຸງແຕ່ງ ເປັນຕົ້ນ ກະຖິນນະລົງ, ກາກຖົ່ວເຫລືອງ, ກາກທັນຍາພືດ ແລະ ກາກສາລີ.
ສຳລັບ ທິດທາງໃນຕໍ່ໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ ຈະໄດ້ສຸມໃສ່ ບັນດາໜ້າວຽກຕ່າງໆ ເປັນຕົ້ນ ກໍານົດລາຍການສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນ ດ້ວຍມາດຕະການອະນຸຍາດໃຫ້ນຳເຂົ້າໄດ້ ສະເພາະແຕ່ດ່ານສາກົນເທົ່ານັ້ນ, ບໍ່ອະນຸຍາດໃຫ້ນຳເຂົ້າຜ່ານດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເພື່ອໃຫ້ສາມາດຄຸ້ມຄອງໄດ້ ທັງປະລິມານ ແລະ ຄຸນນະພາບຂອງສິນຄ້ານຳເຂົ້າ, ພ້ອມທັງເປັນການປົກປ້ອງ ແລະ ສົ່ງເສີມການຜະລິດພາຍໃນ.
ທ່ານ ລິນຄຳ ດວງສະຫວັນ ຍັງໃຫ້ຮູ້ອີກວ່າ: ສຳລັບ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຂະແໜງການກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະຫຍາຍ ເຂົ້າໃນແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນແຕ່ລະໄລຍະ ໂດຍສະເພາະ ແຜນການປີ 2025, ແຜນການ 5 ປີ ຄັ້ງທີ IX (2026-2030) ແລະ ຍຸດທະສາດພັດທະນາກະສິກຳ ຮອດປີ 2035, ວິໄສທັດ 2050 ໂດຍໄດ້ກຳນົດອອກເປັນແຜນງານ, ແຜນການ ແລະ ໂຄງການລະອຽດ ໃນບັນດາໜ້າວຽກຈຸດສຸມ ຄື: ໄດ້ມີການກຳນົດ ແຜນງານຜະລິດເປັນສິນຄ້າຄືນໃໝ່ ໂດຍໃຫ້ມີການຕິດພັນກັບການປຸງແຕ່ງ ເພື່ອໃຫ້ກຸ້ມຕົນເອງ ໃນການສະໜອງຜົນຜະລິດກະສິກຳ ພາຍໃນໃຫ້ພຽງພໍ ແລະ ສ້າງເປັນສິນຄ້າສົ່ງອອກໄດ້; ກຳນົດນະໂຍບາຍສະເພາະ ເພື່ອເຮັດໃຫ້ ການຜະລິດບັນດາປັດໄຈການຜະລິດໃຫ້ພຽງພໍ ໂດຍສຸມໃສ່ ການຜະລິດແນວພັນພືດ ແລະ ສັດ, ຝຸ່ນ, ຫົວອາຫານສັດ ແລະ ອື່ນໆ ໃຫ້ເປັນເຈົ້າຕົນເອງ ແລະ ສາມາດສະໜອງໃຫ້ພາຍໃນພຽງພໍ ເພື່ອຫລຸດຜ່ອນການນຳເຂົ້າ, ທັງຫລຸດຕົ້ນທຶນການຜະລິດ, ສາມາດແຂ່ງຂັນໄດ້ ໂດຍໄດ້ມອບໃຫ້ ບັນດາກົມວິຊາການ ສ້າງເປັນໂຄງການຜະລິດແນວພັນຂອງຕົນ ໃນແຕ່ລະປີ; ເພີ່ມທະວີ ຈັດສັນເຂດການຜະລິດ ໃຫ້ສອດຄ່ອງ ກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ (ກຳນົດ ພືດ-ສັດ ບຸລິມະສິດ “3 ປູກ-3 ລ້ຽງ”), ສືບຕໍ່ຍູ້ແຮງການ ປັບປຸງກຳລັງການຜະລິດ ດ້ວຍການຈັດຕັ້ງເປັນກຸ່ມການຜະລິດ, ເປັນສະຫະກອນແບບໃໝ່, ເອົາໃຈໃສ່ ສະໜອງປັດໄຈການຜະລິດ ເພື່ອເຮັດໃຫ້ຜູ້ປະກອບການ ມີຄວາມເຂັ້ມແຂງ; ສືບຕໍ່ສຸມໃສ່ດຸນດ່ຽງການຜະລິດ ແລະ ການບໍລິໂພກ ໂດຍສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫລວງວຽງຈັນ ໃນການສຶກສາ ແລະ ເກັບກຳຂໍ້ມູນ ກ່ຽວກັບ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ອັນໃດສາມາດກຸ້ມຕົນເອງ, ອັນໃດຍັງບໍ່ສາມາດກຸ້ມຕົ້ນເອງ ແລະ ອັນໃດເຫລືອ ເພື່ອໃຫ້ສາມາດກຳນົດເປັນໂຄງການ ໃນການສົ່ງເສີມໃຫ້ຖືກເປົ້າໝາຍ; ພັດທະນາບັນດາສູນສົ່ງເສີມ, ສູນຄົ້ນຄວ້າ ໃຫ້ມີຄວາມເຂັ້ມແຂງ ສາມາດເປັນເຈົ້າການ ຮັບປະກັນທາງດ້ານເຕັກນິກ, ການຜະລິດແນວພັນ ເພື່ອສະໜອງ ແລະ ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ໄດ້ຫລາຍຂຶ້ນ; ເພີ່ມທະວີການສະໜອງ-ຊ່ວຍເຫລືອ ດ້ານເຕັກນິກ-ວິຊາການ ໃຫ້ປະຊາຊົນ ແລະ ຜູ້ປະກອບການ ເພື່ອຍົກສະມັດຕະພາບ ແລະ ຄຸນນະພາບຜົນຜະລິດ ກະສິກຳ-ປ່າໄມ້ ຕອບສະໜອງຄວາມຕ້ອງການຂອງຕະຫລາດ ແລະ ສາມາດແຂ່ງຂັນໄດ້.
ທີ່ມາ: ຂປລ
May be an image of 1 person, dais and text