ໃນຕອນເຊົ້າວັນທີ 26 ເມສາ 2024 ທີ່ ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງກະຊວງການຕ່າງປະເທດ ພ້ອມທັງເຜີຍແຜ່ເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຄະນະປະຈໍາພັກ, ປະທານຄະນະກວດ ກາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາໜ່ວຍພັກ, ບັນດາຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ 350 ທ່ານ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງກະຊວງການຕ່າງປະເທດ, ສະເໜີໂດຍ ທ່ານ ນາງ ວິລິບ ບົວສີສະຫວັດ, ຮອງຫົວໜ້າກົມກວດກາ, ເຊິ່ງເນື້ອໃນໂດຍລວມ ຍົກໃຫ້ເຫັນເຖິງການເຄື່ອນໄຫວວຽກງານກວດກາໃນໄລຍະ 01 ປີ ຜ່ານມາ ທັງດ້ານດີ, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ນອກນັ້ນ, ຍັງສະເໜີແຜນວຽກງານຈຸດສຸມແຕ່ລະດ້ານສຳລັບ ປີີ 2024 ແລະ ບັນດາມາດຕະການໃນການຈັດຕັ້ງປະຕິບັດ. ເຊິ່ງຜ່ານການເຄື່ອນໄຫວວຽກງານຕິດຕາມ, ກວດກາ ໃນໄລຍະ 1 ປີ ຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ; ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ພ້ອມທັງໄດ້ຮັບການຮ່ວມມືເປັນຢ່າງດີຈາກບັນດາເປົ້າໝາຍຖືກກວດກາ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ, ການປະຕິບັດວຽກງານມີຄວາມໂປ່ງໃສ ແລະ ມີຄວາມສາມັກຄີເອກະພາບໃນການເຄື່ອນໄຫວວຽກງານຢ່າງຮອບດ້ານ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.
ພ້ອມກັນນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນ 03 ເອກະສານສໍາຄັນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023 ຄື: ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ, ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; ຄຳແນະນຳຂອງຄະນະກວດກາສູນກາງພັກ, ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; ຄຳແນະນຳຂອງອົງການກວດກາແຫ່ງລັດ, ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ), ເຊິ່ງເຜີຍແຜ່ໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ.
ໃນຕອນທ້າຍ, ທ່ານ ບຸນເຫຼືອ ພັນດານຸວົງ, ຄະນະປະຈໍາພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກບາງດ້ານທີ່ຕ້ອງເອົາໃຈໃສ່ຄື: 1. ຄະນະກວດກາພັກກະຊວງ ແລະ ບັນດາຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນຂອງກະຊວງການຕ່າງປະເທດ ຕ້ອງໄດ້ຄົ້ນຄວ້າ ແລະ ກໍາແໜ້ນບັນດາພາລະບົດບາດ, ສິດ ແລະ ໜ້າທີ່ລວມທັງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ. 2. ຫັນວຽກງານກວດກາໃຫ້ໄປຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ທິດຊີ້ນຳຂອງຂັ້ນເທິງເທື່ອລະກ້າວ; 3. ຕ້ອງໄດ້ສືບຕໍ່ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍົກລະດັບວຽກງານດັ່ງກ່າວຂຶ້ນເທື່ອລະຂັ້ນ; 4. ເພີ່ມທະວີການແກ້ໄຂຜົນການກວດກາໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງຂຶ້ນກວ່າເກົ່າ ແລະ 5). ຖືເອົາວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສຳຄັນຂອງພັກທີ່ຂາດບໍ່ໄດ້ ທັງເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ-ຄະນະນໍາ ພ້ອມທັງຄົ້ນຄວ້າປັບປຸງກົນໄກການຕິດຕາມ-ກວດກາ ໃຫ້ຄົບຖ້ວນ, ມີຄວາມເຂົ້າໃຈເລິກເຊິ່ງຕໍ່ຄວາມສຳຄັນຂອງວຽກງານຕິດຕາມ-ກວດກາ.




