ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງ ວັນທີ 10 ມີນາ 2023 ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022, ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງການຕ່າງປະເທດ ປະຈໍາປີ 2022 ແລະ ແຜນການສໍາລັບ 2023 ແລະ ເຜີຍແຜ່ ເອກະສານທີ່ກ່ຽວຂ້ອງ ສໍາລັບ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະ ເທດ, ຊຶ່ງຈັດຂຶ້ນພາຍໃຕ້ການເປັນປະ ທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ເຊິ່ງມີບັນດາຄະນະພັກ-ຄະນະນຳ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານພັກ-ພະນັກງານ, ກະຊວງການຕ່າງປະເທດ ໄດ້ນໍາເອົາເນື້ອໃນຈິດໃຈຂອງຜົນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ມາເຜີຍແຜ່, ຊຶ່ງໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ແລະ ຈຸດຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນສູ້ຊົນແກ້ໄຂ. ນອກຈາກນີ້, ສະຫາຍ ຕິ່ງ ສຸກສັນ, ຍັງໄດ້ ໃຫ້ກຽດ ຂຶ້ນເຜີຍແຜ່ເອກະສານສໍາຄັນຈໍານວນໜຶ່ງ ສໍາລັບການກະກຽມ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຶ່ງຈະໄດ້ຈັດຂຶ້ນພາຍໃນປີນີ້ ເປັນຕົ້ນແມ່ນ: ມະຕິກອງປະຊຸມຂອງກົມການ ເມືອງສູນກາງພັກເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາຂອງພະນັກງານ; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະ ບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ.
ໃນກອງປະຊຸມຄັ້ງນີ້, ສະຫາຍ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ວຽກງານ ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງຂອງກະຊວງການຕ່າງປະເທດປະຈຳປີ 2022 ແລະ ແຜນການປະຈໍາປີ 2023 ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ສໍາຄັນຫຼາຍອັນ, ເປັນຕົ້ນ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ທີ່ສໍາຄັນຂອງພັກ-ລັດ ໃນໂອກາດສໍາຄັນຕ່າງໆ, ໄດ້ສໍາເລັດການປັບປຸງກົງຈັກ ແລະ ພາລະບົດບາດຂອງ ບັນດາກົມ, ສໍາເລັດການກໍານົດຕໍາແໜ່ງງານຂອງ 15 ກົມ ຈາກທັງໝົດ 17 ກົມ, ສໍາເລັດ ແລະ ຈັດຕັ້ງປະຕິບັດ ແຜນກໍານົດພະນັກງານນໍາພາຄຸ້ມຄອງ, ໄດ້ສົ່ງພະນັກງານໄປຍົກລະດັບທາງດ້ານ ທິດສະດີການເມືອງ ແລະ ວິຊາສະເພາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ມີການສັບຊ້ອນພະນັກງານໄປປະຈໍາການ ຢູ່ສໍານັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ຢ່າງເປັນລະບົບ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍ່ຍັງມີຈຸດຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ, ໂດຍສະເພາະ ແມ່ນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ສູງກ່ວາເກົ່າ, ລວມທັງຄວາມຮູ້ທາງດ້ານພາສາຕ່າງປະເທດ.
ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ກອງປະຊຸມ ໂດຍສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານປັບປຸງກົງຈັກການຈັດຕັ້ງໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ຜົນສຳເລັດ ຫຼາຍດ້ານ ທີ່ຈະຕ້ອງສືບຕໍ່ຜັນຂະຫຍາຍ ລວມທັງດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນຕ່າງໆທີ່ຖອດຖອນໄດ້ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ສໍາເລັດໃຫ້ໄດ້ໃນປີຕໍ່ໄປ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີການປັບປຸງຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສໍາເລັດຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ຈົ່ງຍົກສູງສະຕິຄວາມເປັນເຈົ້າການ ແລະ ກຳໄດ້ແນວທາງນະໂຍບາຍ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ ແລະ ນິກຳຕ່າງໆ ກ່ຽວກັບວຽກພັກ, ວຽກພະນັກງານ ໃຫ້ໜັກແໜ້ນ ແລະ ເລິກເຊິ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດທິຜົນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ