ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງການຕ່າງປະເທດ ຈັດປາຖະກະຖາ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

Mar 17, 2025

ໃນຕອນເຊົ້າຂອງວັນທີ 17 ມີນາ 2025, ກະຊວງການຕ່າງ ປະເທດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ ໂດຍການໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການ ຕ່າງປະເທດ. ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງ ການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ ຈໍານວນ 300 ກວ່າສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ທອງສະຫວັນ ພົມວິຫານ ​ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບ ໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດ ສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນງານອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະພັກເຮົາໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ.
ພັກເຮົາເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານ, ແນວ ຄິດປະທານ ໄກສອນ ພົມວິຫານ ແລະ ຍຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ.
ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວ ຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີຄວາມສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.
ໃນໂອກາດນີ້ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງຫມົດຂອງກະຊວງການຕ່າງປະເທດ ຈົ່ງຢຶດໝັ້ນໃນແນວຄິດທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຢຶດໝັ້ນໃນຊົນຊັ້ນກໍາມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາ ຊົນ, ສ້າງຄວາມເປັນແບບຢ່າງທາງດ້ານແນວຄິດ ແລະ ພຶດຕິກໍາ, ຈໍາກັດແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແພງພາຍໃນຊາດ ສົມທົບກັບການພົວພັນຮ່ວມມືກັບສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະ ສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມເສັ້ນທາງສັງຄົມນິຍົມ, ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພັກ ເປັນຕົ້ນແມ່ນ ບົດຮຽນການນໍາພາ ຂອງພັກ, ພ້ອມນັ້ນ ກໍພ້ອມກັນຖອດຖອນບົກຮຽນ ຈາກບັນດາຂໍ້ຂາດຕົກບົກພ່ອງ ໃນໄລຍະຜ່ານມາ ເພື່ອປັບປຸງປ່ຽນແປງການ ນໍາພາ ຂອງພັກໃນໄລຍະໃໝ່ໃຫ້ສອດຄ່ອງ, ພ້ອມກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ ເພື່ອຮັກສາບົດບາດກໍາອໍໍານາດ ຂອງພັກ ແລະ ນໍາພາວຽກງານການຕ່າງປະເທດ ໄປສູ່ຈຸດຫມາຍທີ່ວາງໄວ້.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ