ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງ ວັນທີ 31 ມັງກອນ 2023 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີເຜີຍແຜ່ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949- 20 ມັງກອນ 2023 ) ພາຍໃຕ້ການເປັນປະທານຂອງ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະ ພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີບັນດາຄະ ນະພັກ-ຄະນະນຳ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຕິ່ງ ສຸກສັນ ໄດ້ກ່າວ ເຖິງເນື້ອໃນທີ່ສຳຄັນ ຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ທີ່ຜ່ານມາ ເຊິ່ງເນື້ອໃນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳຂອງພັກ ເຊິ່ງຍາມໃດກໍຖືວ່າ ວຽກງານການເມືອງ- ແນວຄິດ ເປັນວຽກງານກົກໃນການກໍ່ ສ້າງປັບປຸງພັກ, ເປັນປັດໄຈສຳຄັນຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ຂອງປະເທດຊາດ ແລະ ຄວາມສະຫງົບສຸກ ຂອງສັງຄົມ. ໃນນັ້ນ ສະຫາຍ ໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານອ່ອນ-ຂໍ້ຄົົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ເພື່ອໃຫ້ຄະນະພັກ-ຄະນະນຳກະຊວງ, ບັນດາເລຂາໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້, ເຊື່ອມຊື່ມ ແລະ ກໍາແໜ້ນ ເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ແລະ ນໍາໄປຄົ້ນຄວ້າເພື່ອຫັນເປັນນິຕິກໍາລະອຽດ ແລະ ເປັນແຜນ ການເຄື່ອນໄຫວຕົວຈິງເຂົ້າໃນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ທັງເປັນການສ້າງກໍາລັງແຮງແຫ່ງຄວາມເປັນເອກະພາບດ້ານການເມືອງ, ແນວຄິດ ແລະ ກໍາລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນ, ກໍເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບ ຂອງຄະນະພັກ, ບັນດາເລຂາໜ່ວຍພັກ ແລະ ສະມາຊິກພັກ ໃນການເປັນແບບ ຢ່າງນໍາພາ-ຊີ້ນໍາວຽກງານການເມືອງ- ແນວຄິດ ໃຫ້ຢູ່ໃນທ່າບຸກ ແລະ ມີການຫັນປ່ຽນທີ່ດີຂຶ້ນເປັນກ້າວໆ.
ໂອກາດດຽວກັນນີ້, ສະຫາຍ ຕິ່ງ ສຸກສັນ ຍັງໄດ້ເຜີຍແຜ່ເອກະສານ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 74 ປີ ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ ຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນຂອງວັນດັ່ງກ່າວ ໂດຍສະຫາຍ ໄດ້ຍົກໃຫ້ເຫັນເຖິງທາດແທ້ມູນເຊື້ອປະຕິວັດຂອງຊາດລາວເຮົາ, ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຍຸດຢັ້ງ, ຜົນງານອັນໃຫຍ່ຫລວງຂອງກອງທັບປະຊາຊົນລາວ, ມູນເຊື້ອການຕໍ່ສູ້ພິລະອາດຫານ, ຜົນງານອັນໃຫຍ່ຫລວງຂອງວິລະຊົນລາວ ທີ່ຍາດມາໄດ້ ຕະຫຼອດໄລຍະ 74 ປີ ຜ່ານມາ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ