ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະ ກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 – ທິດທາງແຜນການ ສຳລັບປີ 2025

Dec 24, 2024

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະ ກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 – ທິດທາງແຜນການ ສຳລັບປີ 2025
ໃນຕອນບ່າຍຂອງວັນທີ 23 ທັນວາ 2024, ທີ່ ສູນການ ຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການ ຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 – ທິດທາງແຜນການ ສຳລັບປີ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ- ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ບັນດາພະນັກ ງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ເຂົ້າຮ່ວມ, ລວມເຖິງ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍຜ່ານລະບົບປະຊຸມທາງໄກ.
ໃນພິທີໄດ້ມີການປະກາດການຈັດຕັ້ງຂອງກະຊວງການຕ່າງປະ ເທດ ໂດຍແມ່ນ ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານ ມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກກະຊວງການຕ່າງປະເທດ ແລະ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈໍານວນ 2 ທ່ານ ຄື: ທ່ານ ໄມທອງ ທໍາມະວົງສາ ເປັນກໍາມະການປະຈໍາພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງກການຕ່າງປະເທດ ແລະ ທ່ານ ພົງສະຫວັນ ສີສຸລາດ ເປັນກໍາມະການປະຈໍາພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍປະກາດການ ແຕ່ງຕັ້ງ ຫົວໜ້າກົມ 1 ທ່ານ, ຫົວໜ້າພະແນກ 4 ທ່ານ ແລະ ຮອງຫົວໜ້າພະແນກ 7 ທ່ານ.
ໃນໂອກາດນີ້, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ອະດີດຫົວໜ້າຫ້ອງການ) ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກ ງານການຕ່າງປະເທດ ປະຈຳປີ 2024 ແລະ ແຜນການຈຸດສຸມສຳລັບປີ 2025. ໃນປີ 2024 ນີ້ ເປັນປີໜຶ່ງທີ່ສໍາຄັນ ແລະ ມີຫຼາຍເຫດການເດັ່ນເກີດຂຶ້ນ, ການເຄື່ອນໄຫວວຽກງານການຕ່າງ ປະເທດ ໄດ້ປະສົບຜົນສໍາເລັດຫຼາຍດ້ານ, ຫຼາຍທິດ, ຫຼາຍລະດັບ, ຫຼາຍຂົງເຂດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດອື່ນໆໃນໂລກ ທັງຢູ່ໃກ້ ແລະ ຢູ່ໄກ, ຍາດໄດ້ຜົນສຳເລັດພົ້ນເດັ່ນຫຼາຍດ້ານຢ່າງໜ້າພາກພູມໃຈ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມື, ສະໜັບສະ ໜູນ ແລະ ຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ, ປະເທດຄູ່ຮ່ວມພັດທະນາ ແລະ ຈາກສາກົນ ໄດ້ຢ່າງຫຼວງຫຼາຍ, ໃນນັ້ນ, ຜົນສໍາເລັດອັນພົ້ນເດັ່ນ ກໍ່ແມ່ນການຕ້ອນຮັບບັນດາຜູ້ນໍາປະເທດເພື່ອນມິດໃນການເດີນທາງມາຢ້ຽມຢາມ ສປປ ລາວ ໂດຍສະເພາະໃນໂອກາດ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44,45 ແລະ ກອງປະຊຸມປິ່ນອ້ອມອື່ນໆ ຈໍານວນ 400 ກວ່າຄັ້ງ, ລວມເຖິງ ການຄົ້ນຄວ້າຂຶ້ນແຜນການຢ້ຽມຢາມຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມລະດັບພາກ ພື້ນ ແລະ ສາກົນໃຫ້ແກ່ການນໍາຂັ້ນສູງ ຢ່າງມີຈຸດສູມ, ມີປະສິດທິ ພາບ ແລະ ປະຢັດມັດຖະຍັດ; ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກໍ່ຄື ບັນດານັກການທູດລາວ ກໍ່ໄດ້ເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດພາກປະຊາຊົນ ຢ່າງຕັ້ງຫນ້າ ແລະ ມີຜົນສຳເລັດສູງ, ສາມາດຂົນຂວາຍຍາດແຍ່ງເອົາການຮ່ວມມືຈາກພາຍນອກ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກສາກົນ ໄດ້ຢ່າງຫຼວງ ຫຼາຍ, ປົກປ້ອງໄດ້ສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ, ລວມເຖິງການຂົນຂວາຍດຶງດູດຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ສາມາດດຶງດູດເອົາການລົງທຶນຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ ໄດ້ຢ່າງມີປະສິດທິພາບ ແລະ ມີທ່ວງທ່າເພີ່ມຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລະຍະ. ພ້ອມດຽວກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮ່ວມກັນປະກອບຄຳຄິດເຫັນຕື່ມໃສ່ບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະ ເທດໃນໄລຍະປີຜ່ານມາ ແລະ ວຽກຈຸດສຸມໃນຕໍ່ຫນ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.
ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງພັກຂອງຊາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນ ໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເ ຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2024 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2025, ເຖິງແມ່ນວ່າສະພາບ ການຂອງພາກພື້ນ ແລະ ສາກົນໃນປັດຈຸບັນ ມີການຜັນປ່ຽນໄປໃນທິດທາງທີ່ສັບສົນວຸ້ນວາຍ, ປ່ຽນແປງໄປຢ່າງໄວວາ ເເລະ ຄາດຄະເນໄດ້ຍາກ, ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເສຍ ສະຫຼະ, ບຸກບືນ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະ ພັກ-ຄະນະນໍາກະຊວງ ລວມເຖິງບັນດາພະນັກງານ- ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະ ເທດ ຮ່ວມກັນສຸມທຸກກໍາລັງເເຮງ ແລະ ສະຕິປັນຍາ ເຂົ້າໃນການຮັບມືກັບສິ່ງທ້າທາຍຕ່າງໆເຫຼົ່ານັ້ນ, ຈຶ່ງສາມາດຜ່ານຜ່າອຸປະສັກນາໆປະການມາໄດ້ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ, ສາມາດຮັບໜ້າທີ່ເປັນປະທານອາຊຽນ 2024 ໄດ້ຢ່າງມີຜົນສໍາເລັດອັນຈົບງາມ, ສາມາດສ້າງບັນຍາກາດກໍຄືສະພາບແວດລ້ອມແຫ່ງການພົວພັນອັນດີ, ສາມາດສ້າງຄວາມເຂົ້າອົກເຂົ້າໃຈຂອງສາກົນ ກໍຄືຍາດແຍ່ງໄດ້ການຮ່ວມມື, ການລົງທຶນ, ການສະໜັບ ສະໜູນ ແລະ ຊ່ວຍເຫຼືອທີ່ສໍາຄັນຫຼາຍດ້ານ ຈາກບັນດາປະເທດເພື່ອນມິດ, ບັນດາປະເທດໃຫຍ່, ຄູ່ຮ່ວມພັດທະນາ ກໍຄືອົງການຈັດຕັ້ງສາກົນອື່ນໆຢ່າງຕໍ່ເນື່ອງ, ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນກໍພົ້ນເດັ່ນຂຶ້ນ, ເຊິ່ງຜົນສຳເລັດດັ່ງ ກ່າວ ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ພັດທະນາປະເທດຂອງພວກເຮົາ.
ພ້ອມກັນນີ້, ເພື່ອຮັບປະກັນການປະຕິບັດວຽກງານການຕ່າງ ປະເທດ ໃນປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ທັງຍັງໄດ້ເນັ້ນໃສ່ບາງວຽກທີ່ສໍາຄັນ ດັ່ງນີ້: ໃຫ້ພ້ອມກັນສືບຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ເຄື່ອນ ໄຫວຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ ‘‘ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຕາມທິດນໍາ ‘‘ເພີ່ມມິດ ຫຼຸດຜ່ອນສັດຕູ’’, ໂດຍປະຕິບັດຕາມຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກ ທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ແລະ “ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິ ບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຮູບປະທໍາ”; ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ລວມເຖິງເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານ-ລັດຖະກອນ ຢ່າງເປັນຮູບປະທຳ ເພື່ອແນໃສ່ສ້າງພະນັກງານ-ລັດຖະກອນ ໃຫ້ມີຄວາມຊ່ຽວຊານດ້ານພາສາຕ່າງປະເທດ ແລະ ດ້ານວິຊາສະເພາະ; ສືບຕໍ່ເອົາໃຈໃສ່ການປະຕິ ບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ໃຫ້ໄດ້ຕາມລະດັບຄາດໝາຍ; ເອົາໃຈໃສ່ຕິດຕາມບັນດາໂຄງການ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຕາມ 6 ແຜນງານ ແລະ 38 ໂຄງ ການ ໃນໄລຍະປີ 2021-2025 ຂອງກະຊວງການຕ່າງປະເທດ; ສືບຕໍ່ປັບປຸງ ແລະ ສ້າງນິຕິກຳຂະແໜງການຕ່າງປະເທດ ໃຫ້ແທດເໝາະກັບສະພາບການປັດຈຸບັນ ເພື່ອເປັນບ່ອນອີງໃຫ້ແກ່ການ ເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນ; ສືບຕໍ່ເອົາໃຈໃສ່ວຽກງານການບໍລິການ ໂດຍສະ ເພາະເອົາໃຈໃສ່ໃນການຮັກສາໄດ້ການອໍານວຍຄວາມສະດວກໃຫ້ເເກ່ການອອກໜັງສືຜ່ານເເດນໃຫ້ມີຄວາມວ່ອງໄວ; ສືບຕໍ່ເອົາໃຈ ໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ, ນິຕິກໍາ ທີ່ພົວພັນກັບວຽກງານການຕ່າງປະເທດ, ການດຶງດູດການລົງທຶນ ກໍຄືວຽກງານການທູດເສດຖະກິດ, ການຂົນຂວາຍຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ. ພ້ອມນີ້, ກໍ່ຂໍໃຫ້ບັນດາສໍານັກງານຕາງໜ້າການທູດ ສປປ ລາວ ປະຈໍາຢູ່ຕ່າງປະເທດ ສືບຕໍ່ເຄື່ອນໄຫວວຽກງານຂອງຕົນ ເພື່ອຍົກສູງ ເເລະ ຮັດເເໜ້ນການຮ່ວມມືກັບປະເທດເຈົ້າພາບ ຫລື ອົງການຈັດຕັ້ງສາກົນຕ່າງໆ ໄປຄຽງຄູ່ກັນນັ້ນກໍໃຫ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ ໃຫ້ຫຼາຍຂຶ້ນ ເພື່ອຂົນຂວາຍເພື່ອດຶງດູດການລົງທຶນ ລວມທັງຍົກລະດັບການພົວພັນທາງດ້ານເສດຖະກິດ ກັບ ປະເທດເຈົ້າພາບໃຫ້ສູງຂຶ້ນ ເພື່ອຍາດເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ.