ໃນວັນທີ 02 ມິຖຸນາ 2025 ທີ່ ກະຊວງການຕ່າງປະທດ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງການຕ່າງປະເທດໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ, ສະເຫຼີມ ສະຫຼອງວັນສົນທິສັນຍາ ວ່າດ້ວຍສິດທິເດັກ ວັນເດັກໂລກ 20 ພະຈິກ, ພາຍໃຕ້ຫົວຂໍ້“ສ້າງຄວາມເຂັ້ມແຂງໃຫ້ເດັກ ທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ”ໂດຍການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ຄະນະປະ ຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງມີຄະນະນໍາກະຊວງ, ຄະນະກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ພ້ອມດ້ວຍລູກ-ຫຼານ ຂອງພະນັກງານກະຊວງການຕ່າງປະເທດເຂົ້າຮ່ວມທັງໜົດ ຈໍານວນ 380 ກວ່າທ່ານ, ຍິງ 195 ທ່ານ .
ໃນພິທີ, ທ່ານ ປະທານ ໄດ້ຍົກໃຫ້ເຫັນ ປະຫັວດຄວາມເປັນມາຂອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ວັນເດັກໂລກ 20 ພະຈິກ 2025 ນັບແຕ່ອະດີດຈົນເຖິງປະຈຸບັນເວົ້າສະເພາະ ສປປ ລາວ ແມ່ນມີ ມູນເຊື້ອຈັດຕັ້ງສະເຫຼີມສະຫຼອງວັນເດັກສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດເປັນຕົ້ນມາ, ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນຄວາມ ສຳຄັນຂອງເດັກ ເຊິ່ງປຽບເໝືອນໜໍ່ແໜງຂອງຊີວິດໃນມື້ນີ້ ເພື່ອກ້າວໄປເປັນອະນາຄົດອັນແຈ່ມໃສຂອງປະເທດຊາດ ໃນມື້ໜ້າ, ເດັກທຸກຄົນຕ້ອງໄດ້ຮັບການປົກປ້ອງ ແລະ ດູແລເບິ່ງແຍງເປັນພິເສດ, ເດັກມີສິດທິເທົ່າທຽມກັນທັງຍິງ ແລະ ຊາຍ ໃນທຸກໆດ້ານເປັນຕົ້ນ ສິດທິໃນການໄດ້ຮັບການສຶກສາ, ສິດທິໃນການສະແດງອອກ ແລະ ອື່ນໆ, ສະນັ້ນ ຜູ້ປົກ ຄອງທຸກທ່ານ ຄວນເອົາໃຈໃສ່ເບິ່ງແຍງລູກຫຼານຂອງຕົນ ພ້ອມໃຈກັນມີສະຕິປົກປ້ອງ ແລະ ປ້ອງກັນທຸກປະກົດການ ຫຍໍ້ທໍ້ໃນສັງຄົມທີ່ບໍ່ເພິ່ງປາດຖະໜາ ທີ່ອາດເກີດຂື້ນຕໍ່ກັບເດັກ.
ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ເຊິ່ງບັນດາທ່ານຜູ້ທີ່ເຂົ້າຮ່ວມຍັງໄດ້ຮັບຊົມ ການສະແດງສິນລະປະ( ຮ້ອງເພັງ, ເດີນແບບ ) ແລະ ຕອບຄວາມຮູ້ຮອບຕົວຂອງລູກ-ຫຼານພະນັກງານພາຍໃນກະຊວງການຕ່າງ ປະເທດ.







