ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງການຕ່າງປະເທດ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

Jun 3, 2025

ໃນວັນທີ 2 ມິຖຸນາ 2025, ທີ່ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມິຖຸນາ 1980- 1 ມິຖຸນາ 2025 ແລະ ວັນເດັກນ້ອຍສາກົນຄົບຮອບ 101 ປີ (ວັນທີ 1 ມິຖຸນາ 1924-1 ມິຖຸນາ 2025),ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ຄັ້ງນີ້ໂດຍ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຮອງລັດຖະມົນຕີ ແລະ ບັນດາຄະນະກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກິດຈະກໍາປູກຕົ້ນໄມ້ຂອງກະຊວງການຕ່າງປະເທດຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2025ພ້ອມທັງເປັນການປະຕິບັດຄຳຂວັນ ສ ສີຂຽວ ຂອງນະຄອນຫຼວງວຽງຈັນທີ່ໄດ້ວາງອອກ, ສ້າງສະພາບແວດລ້ອມຢູ່ຂອບເຂດນະຄອນຫຼວງວຽງຈັນ ກໍຄືຂອບເຂດທົ່ວປະເທດໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ມີອາກາດທີ່ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ, ທັງເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຈິດໃຈມັກຮັກໃນການປູກຕົ້ນໄມ້ ເພື່ອປົກປັກຮັກສາສິ່ງແວດລ້ອມທີ່ດີ.
ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນທຸກໆປີເພື່ອເພີ່ມພື້ນທີ່ສີຂຽວ ໃຫ້ກັບທຳມະຊາດ ແລະ ເພື່ອສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ເປັນຂະບວນການຟົດຟື້ນ. ສຳລັບປີນີ້, ກະຊວງການຕ່າງປະເທດໄດ້ປູກຕົ້ນໄມ້ຈຳນວນ 18 ຕົ້ນ ປະກອບມີຕົ້ນໄມ້ຮົ່ມ, ຕົ້ນໄມ້ມີດອກ ແລະ ຕົ້ນໄມ້ກິນໝາກຄື: ຕົ້ນບາລະມີ, ຕົ້ນດອກຄູນ, ຕົ້ນໝາກມ່ວງ, ຕົ້ນໝາກອາໂວກາໂດ, ຕົ້ນໝາກຜູ ພັນໜ່ວຍໃຫຍ່, ຕົ້ນໝາກຊົມພູ (ໝາກຈຽງ), ຕົ້ນຝາງແດງ.