ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງການຕ່າງປະເທດ ຫາລືຮ່າງດໍາລັດ 3 ສະບັບ ພ້ອມຮັບຟັງຄໍາເຫັນຈາກ 6 ແຂວງ

Mar 30, 2025

ກະຊວງການຕ່າງປະເທດ ຫາລືຮ່າງດໍາລັດ 3 ສະບັບ ພ້ອມຮັບຟັງຄໍາເຫັນຈາກ 6 ແຂວງ
ວັນທີ 27-28 ມີນາ 2025, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືຮ່າງດໍາລັດ 3 ສະບັບ ຢູ່ເມືອງວັງວຽງ, ແຂວງວຽງຈັນ, ໂດຍມີຜູ້ແທນຈາກ 6 ແຂວງພາກກາງ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລື ແລະ ປັບປຸງຮ່າງດໍາລັດ 3 ສະບັບ ຄື: ຫນື່ງ, ຮ່າງດໍາລັດວ່າດ້ວຍການເຄື່ອນໄຫວຢູ່ຊາຍແດນ. ສອງ, ຮ່າງດໍາລັດວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນທີ່ເຮັດວຽກກັບອົງການຕ່າງປະເທດ(ສະບັບປັບປຸງ) ແລະ ສາມ, ຮ່າງດໍາລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ(ສະບັບປັບປຸງ). ເພື່ອໃຫ້ຮ່າງດໍາລັດມີຄວາມຄົບ ຖ້ວນ, ຊັດເຈນ, ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ຮ່າງດໍາລັດ 3 ສະບັບນີ້, ຈະຊ່ວຍຄຸ້ມຄອງວຽກງານການ ເຄື່ອນໄຫວຢູ່ຊາຍແດນ, ການເຮັດວຽກກັບອົງການຕ່າງປະເທດ, ແລະ ການຊ່ວຍເຫຼືອຂອງອົງການສາກົນ ໃຫ້ມີປະສິດທິພາບສູງຂຶ້ນ. ນອກຈາກນີ້, ຍັງສອດຄ່ອງກັບແນວທາງຂອງພັກ-ລັດ ໃນການຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ຍົກສູງປະສິດທິ ພາບການທໍາງານຂອງຂະແໜງການຕ່າງປະເທດ. ຫຼັງຈາກນີ້, ຈະນໍາຄໍາເຫັນໄປປັບປຸງ ແລະ ນໍາສະເໜີຕໍ່ລັດຖະບານໃນເດືອນພຶດສະພາ-ມິຖຸນາ 2025.