ຕອນບ່າຍວັນທີ 5 ທັນວາ 2025 ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝ ແບບດິຈິຕອນ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ເນັ້ນເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວວ່າ: ການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ເປັນປັດໄຈທີ່ສໍາຄັນໃນການພັດທະນາທຸກຂົງເຂດວຽກງານ ແລະ ມີຄວາມຈໍາເປັນສໍາລັບປະເທດລາວ, ຊຶ່ງກະຊວງການຕ່າງປະເທດ ຖືເອົາການຫັນເປັນທັນສະໄໝ ແບບດິຈິຕອນ ເປັນວຽກບຸລິມະສິດ ທີ່ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ແຜນແມ່ບົດ ດິຈິຕອນ ອາຊຽນ 2025, ລວມທັງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງການຕ່າງປະເທດ ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”.
ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການນຳໃຊ້ລະບົບເຕັກໂນໂລຊີ ດິຈິຕອນ ເຂົ້າມາຮັບໃຊ້ວຽກງານຕ່າງໆຂອງພາກລັດ ເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆມີປະສິດທິພາບຍິ່ງຂຶ້ນ ແລະ ໄດ້ເນັ້ນໜັກໃຫ້ພະນັກງານເອົາໃຈໃສ່ການຮຽນຮູ້ນຳໃຊ້ລະບົບເຕັກໂນໂລຊີ ແລະ ໂປແກຣມຕ່າງໆທີ່ຈຳເປັນ ເຊັ່ນ: ປັນຍາປະດິດ ຫຼື AI ທີ່ກຳລັງມີບົດບາດສຳຄັນໃນປັດຈຸບັນ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະເປັນພື້ນຖານສໍາຄັນໃນການເຊື່ອມສານຍຸດທະສາດລວມແຫ່ງຊາດ ກ່ຽວກັບ ວຽກງານການຫັນເປັນທັນສະໄໝ ແບບດິຈິຕອນ ເຂົ້າໃນວຽກຕົວຈິງຂອງກະຊວງການຕ່າງປະເທດ ເປັນຕົ້ນ:ລະບົບການບໍລິການ ແລະ ບໍລິຫານລັດແບບດິຈິຕອນ (E-Office, G-Chat, G-Drive…), ການຮ່ວມມືສະໜັບສະໜູນປັບປຸງພື້ນຖານໂຄງລ່າງ ການຫັນເປັນທັນສະໄໝ ແບບດິຈິຕອນ ໂດຍຈະເປັນກົນໄກ ແລະ ເຄື່ອງມືທີ່ສຳຄັນເພື່ອເຮັດໃຫ້ລະບົບການບໍລິການ-ການບໍລິຫານຂອງລັດຢູ່ກະຊວງການຕ່າງປະເທດ ມີປະສິດທິພາບສູງ, ວ່ອງໄວ, ມີຄຸນນະພາບ, ປະຢັດ, ປອດໄພສູງ ແລະ ເຊື່ອຖືໄດ້, ຊຶ່ງມີຄວາມສໍາຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງລາວ ເພື່ອເປັນກໍາລັງແຮງຊຸກຍູ້ໃຫ້ການທູດດ້ານການເມືອງ ສະໜັບສະໜູນຢ່າງຕັ້ງໜ້າ ເພື່ອບຸກທະລຸ ການທູດເສດຖະກິດ



