ກະຊວງການເງິນ ໄດ້ອອກພັນທະບັດລັດຖະບານ ປີ 2025 ຜ່ານຕະຫຼາດຫຼັກຊັບລາວ ລວມມີສະກຸນເງິນກີບ ຈໍານວນ 2,700 ຕື້ກີບ, ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ, ສະກຸນເງິນບາດ 6,500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ.
ພິທີຖະແຫຼງຂ່າວການຈໍາໜ່າຍພັນທະບັດລັດຖະບານຊຸດໃໝ່ ສົກປີ 2025 ອອກໂດຍກະຊວງການເງິນ ຜ່ານຕະຫຼາດຫຼັກ ຊັບລາວ ໄດ້ຈັດຂຶ້ນໃນວັນທີ 14 ມີນາ ທີ່ຕະຫຼາດຫຼັກຊັບລາວ.
ທ່ານ ວິເລດ ກິນນາວົງ ຫົວຫນ້າກົມຫນີ້ສິນສາທາລະນະ, ກະຊວງການເງິນ ກ່າວວ່າ: ກະຊວງການເງິນໄດ້ອອກພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ປີນີ້ໄດ້ກ້າວເຂົ້າສູ່ປີທີ 8 ແລ້ວ, ເລີ່ມແຕ່ປີ 2018 ຫາ ປີ 2025, ຊຶ່ງເຫັນວ່າການຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວໄດ້ຮັບການ ຕອບຮັບເປັນຢ່າງດີ ຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງບຸກຄົນ ແລະ ນິຕິບຸກຄົນ.
ໃນໄລຍະຜ່ານມາ, ກະຊວງການເງິນ ໄດ້ຮ່ວມມືກັບ ຕະຫຼາດ ຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ແລະ ບໍລິສັດຫຼັກຊັບ LDB-S ໃນການຈໍາໜ່າຍພັນທະບັດລັດຖະບານທີ່ອອກຈຳໜ່າຍໂດຍກະຊວງການ ເງິນ ຜ່ານຕະຫຼາດຫຼັກຊັບລາວ, ເລີ່ມແຕ່ ປີ 2018 ເບື້ອງຕົ້ນພວກເຮົາມີການຈໍາໜ່າຍພັນທະບັດລັດຖະບານສະກຸນເງິນກີບເທົ່ານັ້ນ, ຕໍ່ມາຈຶ່ງມີການອອກຈໍາໜ່າຍສະກຸນເງິນໂດລາ ໃນປີ 2020, ສະກຸນເງິນບາດ ໃນປີ 2023 ແລະ ສະກຸນເງິນຢວນ ໃນປີ 2024 ຕາມລໍາດັບ. ຊຶ່ງມາຮອດປະຈຸບັນ ກະຊວງການເງິນໄດ້ອອກຈຳໜ່າຍພັນທະບັດ ຜ່ານຕະຫຼາດຫຼັກຊັບ ລວມມີ: ສະກຸນເງິນກີບ 11,400 ຕື້ກີບ, ສະກຸນເງິນໂດລາ 350 ລ້ານໂດລາ, ສະກຸນເງິນບາດ 15,500 ລ້ານບາດ, ສະກຸນເງິນຢວນ 500 ລ້ານຢວນ.
ຜ່ານມາກະຊວງການເງິນ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດ ໂດຍຄົບຕາມຈຳ ນວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້ ເຊິ່ງບໍ່ມີການຜິດນັດຊໍາລະ ເກີດຂຶ້ນຈັກຄັ້ງເລີຍ ນີ້ແມ່ນຂີດໝາຍສໍາຄັນອັນໜຶ່ງທີ່ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ.
ທ່ານ ວິເລດ ກິນນາວົງ ກ່າວຕື່ມວ່າ: ທາງກະຊວງການເງິນຂໍຊົມເຊີຍບັນດາທ່ານ ແລະ ທຸກໆພາກສ່ວນທີ່ເອົາໃຈໃສ່ຮ່ວມມືຈໍາໜ່າຍ ຈົນປະສົບຜົນສໍາເລັດ 7 ປີຜ່ານມາ. ຈາກຜົນງານອັນໂດດເດັ່ນຜ່ານມາ ທາງກະຊວງການເງິນຈຶ່ງຕົກລົງ ເຫັນດີສືບຕໍ່ໃຫ້ມີການຈໍາໜ່າຍພັນທະບັດລັດຖະບານ ປີ 2025 ຜ່ານຕະຫຼາດ ຫຼັກຊັບລາວ ລວມມີ ສະກຸນເງິນກີບ ຈໍານວນ 2,700 ຕື້ກີບ, ສະກຸນເງິນໂດລາສະຫະລັດ ຈໍານວນ 100 ລ້ານໂດລາ, ສະກຸນເງິນບາດ ຈໍານວນ 6,500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ເປັນຕົ້ນ ໄປຈົນກວ່າຈະສໍາເລັດ.
ຂ່າວ: ສາວລາວໃຕ້






