ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງຍຸຕິທຳ ປາຖະກະຖາວັນສຳຄັນຂອງຊາດ

Dec 5, 2024

ກະຊວງຍຸຕິທຳໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ2024) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບ ຮອບ 104 ປີ (13 ທັນວາ 1920 – 13 ທັນວາ 2024) ຂຶ້ນໃນວັນທີ 4 ທັນວານີ້ ທີ່ກະຊວງຍຸຕິທໍາ ໃຫ້ກຽດປາຖະກະຖາ ໂດຍທ່ານ ເກດສະໜາ ພົມມະຈັນ ຮອງລັດຖະ ມົນຕີກະຊວງຍຸຕິທຳ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ທ່ານ ເກດສະໜາ ພົມມະຈັນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງສອງວັນປະ ຫວັດສາດ ເປັນວັນແຫ່ງໄຊ ຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະ ຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງສາປະເທດລາວສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດ ທະນາຖາວອນ.
ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1930, ອິດທິພົນຂອງພັກກອມມູນິດອິນດູຈີນໄດ້ຂະຫຍາຍຕົວແຮງຢ່າງກວ້າງຂວາງຢູ່ 3 ປະເທດອິນດູຈີນ, ມາເຖິງວັນທີ 22 ມີນາ 1955 ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນປະ ທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ຂະບວນການປະຕິວັດໄດ້ກ້າວຂຶ້ນສູ່ລະດັບໃໝ່, ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກນັ້ນ, ທ່ານໄດ້ໃຫ້ກຽດປາຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ.
ໃນພິທີໄດ້ມອບໃບຍ້ອງຍໍໃຫ້ກົມກອງທີ່ມີຜົນງານດີເດັ່ນຈຳນວນ 10 ກົມກອງ, ໃບຊົມເຊີຍກົມກອງທີ່ມີຜົນງານດີເດັ່ນ ຈໍານວນ 3 ກົມກອງ, ຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ຈໍານວນ 414 ຄົນ ຍິງ 153 ຄົນ ແລະ ໃບຊົມເຊີຍບຸກຄົນຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 58 ຄົນ ຍິງ 28 ຄົນ ໃຫ້ກຽດມອບໂດຍ ທ່ານ ເກດສະໜາ ພົມມະຈັນ.
ຂ່າວ-ພາບ: ບຸນຕອມ
May be an image of 3 people and text