ວັນທີ 6 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປະເມີນກົດໝາຍ ວ່າດ້ວຍການສຶກສາ, ກົດໝາຍ ວ່າດ້ວຍການຄວບຄຸ້ມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍ ວ່າດ້ວຍປ້າຍ ແລະ ກົດໝາຍ ວ່າດ້ວຍແຮງງານ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ.
ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບການປະເມີນຮອບດ້ານໃນການໂຄສະນາເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍ, ການຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ຂອງບັນດາ 4 ກະຊວງທີ່ກ່ຽວຂ້ອງໃນໄລຍະຜ່ານມາ ຕາມການມອບໝາຍຂອງລັດຖະບານ ພ້ອມນີ້ທັງເປັນການແນະນຳວິທີການ, ຂັ້ນຕອນການສ້າງນິຕິກຳ ແລະ ການປະເມີນຜົນການຈັດຕັ້ງກົດໝາຍ ທີ່ຢູໃນຄວາມຮັບຜິດຊອບຂອງກະຊວງສຶກສາທິການ ແລະ ກິລາ, ກະຊວງສາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ກະຊວງແຮງງານ ແລະ ສະຫວັດີການສັງຄົມ ໃຫ້ເປັນລະບົບ ແລະ ມີຄວາມເປັນເອກະພາບກັນ. ໃນກອງປະຊຸມ ຜູ້ຕາງໜ້າທີ່ມາຈາກບັນດາກະຊວງກໍຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃນໄລຍະຜ່ານມາ ໂດຍເນັ້ນໜັກໃສ່ບັນຫາທີ່ເປັນສາເຫດ ແລະ ຂໍ້ຄົງຄ້າງຕ່າໆໆໃນການຈັດຕັ້ງປະຕິບັດກົດໝາຍ.
ຂ່າວ: ໄຊຍະສິດ; ພາບ: ນ. ບຸນຖອມ




