ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ໃນການກະກຽມການເປັນປະທານອາຊຽນຂອງ ລາວ ໃນປີ 2024 ຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ໃນວັນທີ 03 ມັງກອນ 2024 ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມັນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປີ 2024 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ດຳເນີນການເປັນປະທານອາຊຽນ ເປັນຄັ້ງທີ 3 ເຊິ່ງຄັ້ງທຳອິດ ແມ່ນຈັດໃນປີ 2004-2005, ຄັ້ງທີ 2 ແມ່ນປີ 2016 ແລະ ໃນປີ 2024 ນີ້ ເປັນຄັ້ງທີ 3. ສໍາລັບການກະກຽມຄວາມພ້ອມໃນການດຳເນີນ ແລະ ເປັນປະທານອາຊຽນ ຂອງ ລາວໃນປີ 2024 ໂດຍສະເພາະແມ່ນການກະກຽມເປັນປະທານກອງປະຊູມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ເຊິ່ງໄດ້ມີການກະກຽມຫຼາຍຢ່າງໃສ່ວຽກງານດັ່ງກ່າວ ເຊັ່ນ : ຄະນະກຳມະການລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ໃນປີ 2024, ແຕ່ງຕັ້ງບັນດາອະນຸກໍາມະການຮັບຜິດຊອບວຽກງານສະເພາະ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ໃນປີ 2024, ລວມມີ 14 ອະນຸກໍາມະການ ໃນນີ້ ກະຊວງ ຖວທ ຮັບຜິດຊອບ 2 ອະນຸກໍາມະການຄື: ອະນຸກໍາມະການເນື້ອໃນເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ແລະ ອະນຸກໍາມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ.
ສຳລັບກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 25-30 ມີນາ 2024, ເຊິ່ງຈະໄດ້ຈັດຂຶ້ນຢູູ່ແຂວງຫຼວງພະບາງ. ຄຽງຄູ່ກັບກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ກອງເລຂາອາຊຽນ ໄດ້ສະເໜີມາຍັງ ລາວ ເພື່ອຈັດກອງປະຊຸມຊ່ອງໜ້າກັນ ລະຫວ່າງ ບັນດາທ່ານລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ບັນດາທ່ານລັດຖະມົນຕີ ຈາກ 15 ຂະແໜງການຂອງເສົາຄໍ້າວັດທະນະທຳ-ສັງຄົມອາຊຽນຂອງ ລາວ ເຊິ່ງກອງປະຊຸມລັກສະນະເສົາຄ້ຳການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ເສົາຄ້ຳເສດຖະກິດອາຊຽນ ກໍຈະໄດ້ປະຕິບັດເຊັ່ນກັນ ຈຸດປະສົງກໍ່ເພື່ອເປີດເວທີໃຫ້ບັນດາທ່ານລັດຖະມົນຕີຈາກຂະແໜງການຂອງ ລາວ ປະກອບຄຳເຫັນໃສ່ຮ່າງ ວິໄສທັດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2045 ແລະ ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2045. ສຳລັບກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຄາດວ່າຈະຈັດຂຶ້ນໃນວັນທີ 23-27 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ.
ນອກຈາກນີ້ ກໍ່ຍັງມີຫຼາຍວຽກງານ ທີ່ ລາວເຮົາຈະຕ້ອງໄດ້ສືບຕໍ່ນຳພາບັນດາປະເທດສະມາຊິກອາຊຽນຈັດຕັ້ງປະຕິບັດ ໃນໄລຍະທີ່ເຮົາເປັນປະທານ ເຊັ່ນ : ແຕ່ງຕັ້ງໜ່ວຍງານເຮັດວຽກ ເພື່ອພັດທະນາ ແຜນຍຸດທະສາດຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ 2045 (ASCC Strategic Plan 2045). ເຊິ່ງປະຈຸບັນນີ້ ແມ່ນ ອິນໂດເນເຊຍ ເປັນອາຊຽນ ພວມດຳເນີນການຂໍຄວາມເປັນເອກະພາບຈາກບັນດາປະເທດສະມາຊິກອາຊຽນ ກ່ຽວກັບ ໜ່ວຍງານເຮັດວຽກດັ່ງກ່າວ ເພື່ອໃຫ້ສາມາດຈັດກອງປະຊຸມຄັ້ງປະຖົມມະລືກໃນການພັດທະນາເອກະສານດັ່ງກ່າວ ແລະ ມອບໃຫ້ ສປປ ລາວ ສາມາດສືບຕໍ່ເປັນເຈົ້າການໃນການພັດທະນາໃນຖານະທີ່ເປັນປະທານປີ 2024 ເພື່ອຮັບປະກັນໃຫ້ສາມາດຮັບຮອງໃນປີ 2025 ທີ່ ປະເທດມາເລເຊຍ ເນື່ອງຈາກແຜນແມ່ນບົດຂອງເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ 2025 (ASCC Blueprint 2025) ຈະໝົດອາຍຸໃນປີ 2025.
ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າການກະກຽມຕ່າງໆ ທີ່ໃຫ້ຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້ ຈາກກະຊວງ ແລະ ຂະແໜງການທີ່ຮັບຜິດຊອບແຕ່ລະບູລິມະສິດ ທີ່ໄດ້ຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນ ການສ້າງຕັ້ງສູນ ອັກຟີດ (ACPHEED) ແລະ ບັນດາເອກະສານອາຊຽນທີ່ຜູ້ນຳອາຊຽນໄດ້ຮັບຮອງໄປແລ້ວນັ້ນ.