ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນສໍາຄັນຂອງຊາດ

Jun 13, 2024

ວັນທີ 12 ມິຖຸນາ 2024 ນີ້, ກະຊວງປ້ອງກັນຄວາມສະຫງົບ ໄດ້ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ ( 18/5/1959-18/5/2024), ວັນວິລະກໍາໂຕນຄຸກໂພນເຄັງຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດຜູ້ນໍາແນວລາວຮັກຊາດ ຄົບຮອບ 64 ປີ ( 24/5/1960-24/5/2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຝູ້ຄົບຮອບ 70 ປີ (7/5/1954-7/5/20 24), ໂດຍການປາຖະກະຖາ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະນໍາກະຊວງ, ກົມ, ກອງ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບ ຮອບ 65 ປີ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາ ຍາດເອົາໄຊຊະນະໃນໄລຍະຕໍ່ມາ ທັງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດເພື່ອຕີເອົາໄຊຊະນະກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມື; ພ້ອມກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນລາວນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ເປັນປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ແລະ ຍົກໃຫ້ເຫັນປະຫວັດມູນເຊື້ອວິລະກຳໂຕນຄຸກໂພນເຄັງຢ່າງມະຫັດສະ ຈັນ ຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ໃນໄລຍະປີ 1957-1959 ໂດຍເຄື່ອນໄຫວປະຕິບັດຕາມຄວາມຖືກຕ້ອງປອງດອງຊາດຂອງຝ່າຍກຳລັງຮັກ ຊາດ ແລະ ກຳລັງສະໜັບສະໜຸນແນວລາວຮັກຊາດນັບມື້ນັບມີອິດທິພົນສູງເດັ່ນຂຶ້ນໃນທົ່ວປະເທດ ແລະ ເວທີສາກົນ, ກົງກັນຂ້າມກັບບົດບາດ, ອິດທິພົນຂອງຝ່າຍວຽງຈັນລູກແຫຼ່ງຕີນມືຂອງຈັກກະພັດອາເມລິການັບມື້ນັບຫຼຸດລົງ, ດ້ວຍກົນອຸບາຍຫຼອກເສືອອອກຈາກຖໍ້າ ເພື່ອຂ້າເສືອ, ພ້ອມທັງເລ່ຫຼ່ຽມຫັນປ່ຽນໂດຍສັນຕິຂອງພວກເຂົາ ໄດ້ປະລາໄຊລົງຢ່າງໜັກໜ່ວງ, ຍ້ອນແນວນັ້ນພວກເຂົາຈຶ່ງຈັບກຸມຄຸມຂັງກຳລັງຂອງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດຢ່າງໂຫດຮ້າຍ ແຕ່ຍ້ອນການນໍາພາອັນຖືກຕ້ອງສະຫຼາດສ່ອງໃສ ຂອງພັກ, ຄວາມມີນໍ້າໃຈຮັກຊາດອັນແຮງກ້າຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ມີຄວາມອົງອາດກ້າຫານ, ຕັດສິນໃຈຍອມເສຍສະຫຼະຊີວິດເລືອດເນື້ອ, ມີຄວາມປີຊາສາມາດໄຫວພິບ ປຸກລະ ດົມຂົນຂວາຍ, ສຶກສາອົບຮົມສາລະວັດທະຫານຝ່າຍສັດຕູ ໃຫ້ມີແນວຄິດນໍ້າໃຈຮັກ ຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ວາງແຜນລະອຽດ ສາມາດນໍາເອົາບັນດາຜູ້ນຳພັກ ແນວລາວຮັກຊາດ ໂຕນອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ;
ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານຂອງນັກຮົບວິລະຊົນຫວຽດນາມ ໃນບັ້ນຮົບດຽນບຽນຝູ້ ເຊິ່ງວັນໄຊຊະນະດຽນບຽນຝູ້ ໄດ້ຢັ້ງຢືນເຖິງຄວາມກ້າຫານ, ຄວາມຊຳນິຊຳນານ, ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ນຳໂດຍ ປະທານ ໂຮ່ຈີ່ມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງກອງທັບປະຊາຊົນຫວຽດນາມ ແລະ ກໍາລັງແຮງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງປະຊາ ຊົນຫວຽດນາມ ແລະ ການປະກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊວຽດ, ບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນມິດ ທີ່ຮັກຫອມສັນຕິພາບທົ່ວໂລກ, ພິເສດແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫຼ່ຕໍ່ສູ້ຈົນໄດ້ຮັບໄຊຊະນະ ເຊິ່ງໄຊຊະນະດຽນບຽນຝູ້ ໄດ້ທຳລາຍແຜນການນາວາ ຢ່າງສິ້ນເຊິງ, ເປັນໄຊຊະນະອັນໃຫຍ່ຫຼວງຂອງນໍ້າໃຈສາມັກຄີ, ມິດຕະພາບຂອງ 3 ປະເທດອິນດູຈີນ ຫວຽດນາມ-ລາວ-ກໍາປູເຈຍ ເຊິ່ງ ປະທານ ໂຮ່ຈີ່ມິນ ຢືນຢັນວ່າ: “ໄຊຊະນະດຽນ ບຽນຝູ້ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ” ນັ້ນບໍ່ ພຽງແຕ່ເປັນໄຊຊະນະອັນໃຫຍ່ຫຼວງ ສໍາລັບປະຊາຊົນຂອງພວກເຮົາ, ແຕ່ຍັງເປັນໄຊຊະນະທົ່ວໄປຂອງປະຊາຊົນທີ່ຖືກກົດຂີ່ຂົ່ມເຫັງທັງໝົດໃນໂລກ, ໄຊຊະນະດັ່ງກ່າວ, ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດທີ່ຕົກເປັນຫົວ ເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນຢູ່ຫຼາຍ ບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດເຂົ້າໃນພາລະກິດ ຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດທີ່ກ້າວໜ້າເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.
ໂດຍ: ເຊໂປນ