ຕອນບ່າຍ ວັນທີ 04 ເມສາ 2025 ການນຳກະຊວງປ້ອງກັນຄວາມສະຫງົບ ນຳໂດຍສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ເພື່ອສະແດງຄວາມເຄົາລົບຮັກ ແລະ ເປັນການແບ່ງເບົາຄວາມໂສກເສົ້າຕໍ່ຄອບຄົວສີພັນດອນ, ທີ່ຫໍປະຊຸມແຫ່ງຊາດ.
ໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ຕາງໜ້າໃຫ້ການນຳກະຊວງ ປ້ອງກັນຄວາມສະຫງົບ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ລົງໄຫວ້ອາໄລວ່າ:
ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້້ງຕໍ່ການຈາກໄປຂອງສະຫາຍ ພົອ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ແລະ ນັກປະຕິວັດອາວຸໂສຂອງພັກປະຊາຊົນ ປະຕິວັດລາວ ຜູ້ອົງອາດກ້າແກ່ນທີ່ໄດ້ຈາກໄປຢ່າງສະຫງົບ, ຜົນງານ, ຄຸນງາມຄວາມດີຕໍ່ພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດຊີວິດຂອງສະຫາຍໄດ້ກາຍເປັນຄະຕິເຕືອນໃຈໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ຈະສືບຕໍ່ຮໍ່າຮຽນ ແລະ ຈົດຈຳໄປຕະຫຼອດກາລະນານ. “





