ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ມອບພາຫະນະໃຫ້ກະຊວງປ້ອງກັນຄວາມສະຫງົບລາວ

Aug 1, 2025

ວັນທີ 30 ກໍລະກົດ 2025, ພາຍຫຼັງສຳເລັດພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢູ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ໂດຍການກ່າວຮັບຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ພາຫະນະຈຳນວນດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫລືອ ຈາກກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເພື່ອປະກອບສ່ວນຊຸກຍູ້ຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບລາວ ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະພາບການ, ທັງຍັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານແບບພິເສດລະຫວ່າງສອງພັກ-ລັດ ກໍຄືສອງກຳລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນຍິ່ງໆຂຶ້ນ.
May be an image of temple and text May be an image of 1 person, ambulance, golf cart, motorcycle and scooter