ທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 19 ພະຈິກ 2024 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ໃນໂອກາດທີ່ທ່ານເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 19-22 ພະຈິກນີ້.
ໂອກາດດັ່ງກ່າວ, ທ່ານ ພົນໂທ ວົງຄໍາ ພົມມະກອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ຟານ ວັນ ຢາງ ພ້ອມດ້ວຍຄະນະທີ່ເດີນທາງເຂົ້າມາຮ່ວມກອງປະຊຸມ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດຂຶ້ນ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໃນວັນດຽວກັນ, ການນຳກະຊວງປ້ອງກັນປະເທດຍັງໄດ້ຕ້ອນຮັບບັນດາລັດຖະມົນຕີ ແລະ ຄະນະຜູ້ແທນກ່ຽວຂ້ອງຈາກປະເທດຕ່າງໆທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຳຄັນດັ່ງກ່າວເຊັ່ນ: ຄະນະຜູ້ແທນປະເທດມາເລເຊຍ, ມຽນມາ, ຣາຊະອານາຈັກໄທ, ຟີລິບປິນ, ກຳປູເຈຍ, ກອງເລຂາອາຊຽນ, ບຣູໄນ, ອິນໂດເນເຊຍ, ສິງກະໂປ ແລະ ຄະນະຜູ້ແທນຈາກປະເທດນູແວນເຊລັງ.
ຂ່າວ-ພາບ: ແສງຈັນ, ບຸນຕອມ




