ພິທີປະກາດການເລື່ອນຊັ້ນນາຍທະຫານຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ຈຳນວນ 2 ສະຫາຍ ຈັດຂຶ້ນໃນວັນທີ 8 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ມີການນຳກະຊວງປ້ອງກັນປະເທດ, ພ້ອມດ້ວຍນາຍທະຫານການນໍາຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ໃນພິທີ, ສະຫາຍ ດອນ ໄພວົງ ໄດ້ຜ່ານລັດຖະດຳລັດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 67 ຂໍ້ 6, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018, ອີງຕາມຄຳສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ, ລົງວັນທີ 18 ມິຖຸນາ 2024, ປະທານປະເທດ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ຕົກລົງເລື່ອນຊັ້ນ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນຕີ.
ໃນໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫລາຍບັນຫາສຳຄັນ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດ ວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິ ບັດຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນວິທີເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວ ກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.
ຂ່າວ: ປູນາ ສຸດທະວົງ





