ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

Mar 20, 2025

ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໃນວັນທີ 20 ມີນາ ນີ້, ໂດຍເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຜູ້ຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ, ຫ້ອງການ ອ້ອມຂ້າງ ແລະ ພະນັກງານ ສະມາຊິກພັກເຂົ້າຮ່ວມ.
ກ່ອນຈະເຂົ້າສູ່ພິທີທາງການ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກກອງສິລະປະກອງທັບ ເຊິ່ງມີເນື້ອຮ້ອງທຳນອງ ອັນມ່ວນອອນຊອນ ແລະ ເນື້ອໃນສ່ອງເຖິງການເຕີບໃຫຍ່, ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວໃນໄລຍະຜ່ານມາ.
ຈາກນັ້ນ, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນປະຫວັດຂະບວນວິວັດ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ໃນທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດ 20 ເປັນໄລຍະທີ່ລັດທິທຶນນິຍົມໄດ້ຂະຫຍາຍຕົວກາຍເປັນລັດທິຈັກກະພັດ, ພວກເຂົາໄດ້ຍຶດເອົາບັນດາປະເທດທີ່ອ່ອນນ້ອຍເປັນຫົວເມືອງຂຶ້ນ ແລະ ເຄິ່ງຫົວເມືອງຂຶ້ນ. ບັນດາປະຊາຊາດຢູ່ແຫຼມອິນດູຈີນ (ລາວ, ຫວຽດນາມ ແລະ ກຳປູເຈຍ) ໄດ້ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າຮຸກຮານ ແລະ ຍຶດຄອງເອົາເປັນຫົວເມືອງຂຶ້ນ. ສຳລັບປະເທດລາວ ນັບແຕ່ປີ 1893 ພວກລ່າເມືອງຂຶ້ນແບບເກົ່າໄດ້ເຂົ້າມາຍຶດຄອງລາວ ເປັນຫົວເມືອງຂຶ້ນ ພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງແສນສາຫັດ ແລະ ໂຫດຮ້າຍປ່າເຖື່ອນ. ຍ້ອນປະຊາຊົນລາວບັນດາເຜົ່າທົນຕໍ່ການກົດຂີ່ຂົມເຫັງບໍ່ໄດ້ ຈຶ່ງພາໃຫ້ເກີດມີຂະບວນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າເປັນແຕ່ລະໄລຍະ, ຂະບວນການຕໍ່ສູ້ແຕ່ລະຄັ້ງລ້ວນແຕ່ບໍ່ໄດ້ຮັບໄຊຊະນະ ແລະ ຖືກປາມປາມໃຫ້ສະຫຼາຍຕົວໄປ ຍ້ອນຂາດແນວທາງການຕໍ່ສູ້, ຂາດການນຳພາຢ່າງຖືກຕ້ອງ, ເພື່ອຕ້ານຢັນ ແລະ ເອົາຊະນະກັບການຮຸກຮານມ ໄດ້ຮຽກຮ້ອງໃຫ້ມີການນຳພາການຕໍ່ສູ້ທີ່ຖືກຕ້ອງ, ປະທານໂຮ່ຈິມິນ ຈຶ່ງໄດ້ນໍາເອົາທິດສະດີປະຕິວັດມາເຜີຍແຜ່ ແລະ ນຳພາການປະຕິວັດຢູ່ໃນອິນດູຈີນ ເຮັດໃຫ້ການປະຕິວັດ 3 ຊາດອິນດູຈີນໄດ້ມີການເຕີບໃຫຍ່ຂະຫຍາຍຕົວ. ຕໍ່ມາວັນທີ 22 ມີນາ 1955 ໄດ້ປະກາດການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຂຶ້ນໂດຍການສືບທອດພາລະກິດຈາກພັກຄອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງ ໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິ ມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ການກະທຳຂອງພັກ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນພັກໄດ້ນໍາພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕໍ່ສູ້ ເພື່ອພາລະກິດປົດປ່ອຍຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຢ່າງລະອິດລະອ້ຽວຂ້ຽວຂາດ ສະຫຼາດສ່ອງໃສ ຈົນສາມາດນໍາພາກອງທັບ ແລະ ປະຊາຊົນລາວ ສໍາເລັດການປະຕິວັດຊາດປະຊາທິປະໄຕ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ພາຍຫຼັງ ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີຜ່ານມາ ພັກຍາມໃດ ກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດ ຂອງ ສປປ ລາວ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍ ຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ ພັກໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຜົນສຳເລັດເປັນກ້າວໆ ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເພີ່ມທະວີຄວາມສາມາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ; ປັບປຸງຄວາມເຊື່ອໝັ້ນ ຂອງປະຊາຊົນບັນດາເຜົ່າຕໍ່ການນຳພາ-ຊີ້ນໍາຂອງພັກ. ພັກປະຊາຊົນປະຕິວັດລາວ ສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນຳພາໃນທົ່ວລະບົບການເມືອງປະຊາທິປະໄຕ ປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ພວກເຮົາສຸດທີ່ມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວີລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ.