ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງປ້ອງກັນປະເທດ ພ້ອມເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ

Nov 10, 2024

ວັນທີ 8 ພະຈິກ 2024, ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມກ່ຽວກັບການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18, ອາຊຽນ-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນລະຫວ່າງ ວັນທີ 19-22 ພະຈິກ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີບັນດາອະນຸກໍາມະການຕ່າງໆ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະ ເທດ ໄດ້ລາຍງານຄວາມພ້ອມດ້ານວຽກງານເນື້ອໃນ ແລະ ເອກະ ສານຕ່າງໆ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາ ຊຽນ ຄັ້ງທີ 18, ອາຊຽນ-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມໃນລະຫວ່າງວັນທີ 19-22 ພະຈິກ 2024 ແມ່ນມີຄວາມພ້ອມ 100%; ຈາກນັ້ນ ອະນຸກຳມະການ ແຕ່ລະດ້ານໄດ້ຜັດປ່ຽນກັນລາຍງານຄວາມພ້ອມແຕ່ລະວຽກງານຂອງຕົນ ເຊັ່ນ: ພິທີ ການ, ວຽກງານງົບປະມານ, ພາຫະນະ-ເຕັກນິກ, ເສນາຮັກ, ສື່ ສານ, ໂຄສະນາ, ເຊື້ອໄຟ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ.
ໂອກາດນີ້, ສະຫາຍ ພົນໂທ ວົງຄໍາ ພົມມະກອນ ໄດ້ເນັ້ນໜັກໃຫ້ບັນດາອະນຸກໍາມະການແຕ່ລະພາກສ່ວນ ຕ້ອງເອົາໃຈໃສ່ໃນການ ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມ, ເຮັດໃຫ້ການດໍາເນີນກອງປະຊຸມສໍາເລັດຕາມແຜນການທີ່ວາງໄວ້ ແລະ ຮັບປະກັນຄວາມສະຫງົບປອດໄພ 100%.
ຂ່າວ: ຫນັງສືພິມກອງທັບ