ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງປ້ອງກັນປະເທດ ມອບເງິນຊ່ວຍເຫຼືອແຂວງຫຼວງນໍ້າທາ

Sep 12, 2024

ເນື່ອງຈາກວ່າ ຫຼາຍບ້ານຢູ່ແຂວງຫລວງນໍ້າທາໄດ້ຖືກຜົນກະທົບຈາກເຫດການນໍ້າຖ້ວມກະທັນຫັນຢ່າງຮ້າຍແຮງ ຕັ້ງແຕ່ວັນທີ 9 ຫາວັນທີ 11 ກັນຍາ ຊຶ່ງເຫັນວ່າປະລິມານນໍ້າໄດ້ມີການຫຼຸດລົງເປັນຈໍານວນຫຼາຍແລ້ວ, ໃນຕອນບ່າຍ ຂອງວັນທີ 11 ກັນຍາ 2024 ນີ້ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ມອບເງິນ 100 ລ້ານກີບ ໃຫ້ແຂວງຫຼວງນໍ້າທາ ເພື່ອປະກອບເຂົ້າການຊ່ວຍເຫຼືອ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ເປັນກຽດຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ.
ໃນໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ ພ້ອມຄະນະ ຍັງໄດ້ລົງເຄື່ອນໄຫວ ແລະ ນໍາເອົາອາຫານ ແຫ້ງ ລົງແຈກຍາຍໃຫ້ ປະຊາຊົນທີ່ຖືກຜົນກະທົບ ຈໍານວນ 4 ບ້ານ ຄື: ບ້ານຫຼວງ, ບ້ານຂອນ, ບ້ານປ່າສັກ ແລະ ບ້ານໃໝ່ຕື່ມອີກ.
ຂ່າວ-ພາບ: ແສງທອງ