ວັນທີ 23 ກັນຍາ 2024 ຜ່ານມາ, ຢູ່ສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ ສະພາແຫ່ງຊາດ ເພື່ອນຳໄປມອບຕໍ່ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້, ຕາງໜ້າຮັບໂດຍທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ແຈ້ງໃຫ້ຊາບກ່ຽວກັບການຊ່ວຍເຫລືອຂອງສະພາແຫ່ງຊາດ ຕໍ່ປະຊາຊົນທີ່ປະສົບໄພພິບັດໃນໄລຍະຜ່ານມາ, ພ້ອມທັງມາຍັງ ທ່ານ ໂພໄຊ ໄຊຍະສອນ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໃຫ້ການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາການຊ່ວຍເຫລືອໄປຮອດພໍ່ແມ່ປະຊາຊົນຜູ້ປະສົບໄພຢ່າງທົ່ວເຖິງ.
ພ້ອມນີ້, ທ່ານ ໂພໄຊ ໄຊຍະສອນ ຍັງໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຊ່ວຍເຫລືອສັງຄົມ ກໍຄື ຜູ້ປະສົບໄພນໍ້າຖ້ວມ. ພ້ອມກັນນັ້ນ, ຍັງໄດ້ຫ້າງຫາກະກຽມແຜນງານ, ແຜນການຕ່າງໆ ເພື່ອປະກອບສ່ວນຊ່ວຍເຫລືອຟື້ນຟູ ພື້ນຖານໂຄງລ່າງຂອງບັນດາແຂວງ ທີ່ປະສົບໄພ ເປັນຕົ້ນແມ່ນລະບົບນ້ຳປະປາ, ໄຟຟ້າ, ອາຄານຮຽນ ແລະ ຖະໜົນຫົນທາງ.
ຂ່າວ: ອາລິນ ສຸພິມມະປະດິດ




