ວັນທີ 24 ຕຸລາ 2024 ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ນໍາໂດຍ ສະຫາຍ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ນຳເອົາອຸປະກອນຊຸດດອກໄຟເຍືອງທາງ ລະບົບພະລັງງານແສງຕາເວັນ (ໂຊລາເຊວ) ຈໍານວນ 35 ຊຸດ ມາມອບໃຫ້ກອງບັນຊາການທະຫານ ແຂວງວຽງຈັນ.
ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງ ວຽງຈັນ, ໄດ້ຂຶ້ນກ່າວຮັບ ພ້ອມທັງສະແດງຄວາມຂອບໃຈ ມາຍັງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ນໍາອຸປະກອນ ໄຟໂຊລາເຊວ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນ ວຽກ ງານລວມຂອງກອງບັນຊາການທະຫານແຂວງຈັນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາວັດຖຸທີ່ໄດ້ຮັບໃນຄັ້ງນີ້ ສົ່ງຕໍ່ໃຫ້ກອງບັນຊາການທະຫານແຂວງ ໄປມອບໃຫ້ບັນ ດາກົມກອງທີ່ຫຍຸ້ງຍາກຂາດເຂີນຈໍາເປັນຕ້ອງໃຊ້ພະລັງງານໄຟຟ້າ, ໂດຍສະເພາະແມ່ນຂອບເຂດກົມກອງທີ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ຢູ່ຕາມປ້ອມຕ່າງໆ ໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ ແລະ ຂ່າວ: ກອງບັນຊາການທະຫານແຂວງວຽງຈັນ





