ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຈໍານວນ 500 ລ້ານກີບ ຊ່ວຍແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

Jan 16, 2025

ວັນທີ 17 ຕຸລາ ຜ່ານມານີ້ ຢູ່ທີ່ຫ້ອງວ່າການແຂວງຫຼວງ ນໍ້າທາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ນຳເອົາເງິນຈໍານວນ 500,000,000 ກີບມາມອບໃຫ້ແຂວງຫຼວງນໍ້າທາ ຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ.
ໂອກາດນີ້, ທາງ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນໃຫ້ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງນໍ້າທາຈໍານວນ 100 ລ້ານກີບເພື່ອຊຸກຍູ້ແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ.
ຂ່າວ: ອຸ້ມ ສົມນໍວັນ