ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງພາຍໃນ ສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນ ແລະ 3 ວັນປະຫວັດສາດ

Sep 14, 2024

3 ອົງການຈັດຕັ້ງມະຫາຊົນກະຊວງພາຍໃນ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງກະຊວງພາຍໃນ ແລະ 3 ວັນປະຫວັດສາດໃນວັນທີ 13 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພາຍໃນ, ມີຄະນະພັກ, ຄະນະນໍາ, ຄະນະບໍລິຫານງານ ຊາວໜຸ່ມ ກໍາມະບານ ແມ່ຍິງ ພ້ອມດ້ວຍສະມາຊິກຂອງ 03 ອົງການຈັດຕັ້ງມະຫາຊົນ ກະຊວງພາຍໃນ ເຂົ້າຮ່ວມ.
ທ່ານ ປອ ວິໄລວົງ ບຸດດາຄໍາ ກ່າວວ່າ: ການສ້າງຂະບວນການຂໍານັບຮັບຕອນກອງປະຊຸມໃຫ່ຍ 3 ຂັ້ນ ແມ່ນຕິດພັນກັບການຂໍານັບຮັບຕ້ອນ 3 ວັນປະຫວັດສາດ, ຂໍ່ານັບຮັບຕ້ອນທີ ສປປ ລາວເຮົາພວມກະກຽມເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມປະຊາຄົມອາຊຽນ ຢ່າງເປັນຂະບວນຟົດຟື້ນ, ນອກຈາກ ນັ້ນພວກເຮົາພວມອອກແຮງຊຸກຍູ້ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາຕິດພັນກັບຂະບວນ ການແຂງຂັນຮັກຊາດ ແລະ ພັດທະນາ ທີ່ພວມຈັດຕັ້ງຜັນ ຂະຫຍາຍໃນປະຈຸບັນ ດ້ານໜຶ່ງກໍ່ເພື່ອສ້າງບັນຍາກາດຄໍານັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງ ພາຍ ໃນ; ກອງປະຊຸມໃຫ່ຍ ບັນດາໜ່ວຍພັກ ແລະ ກອງປະຊຸມໃຫ່ຍ 3 ອົງການຈັດຕັ້ງມະຫາຊົນທີ່ຈະຈັດຂື້ນໃນຕໍ່ໜ້ານີ້, ການຈັດພິທີເປີດຂະບວນການຕ່າງໆ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ ເພື່ອສ້າງບັນຍາກາດຄໍານັບຮັບຕ້ອນວັນສໍາຄັນ, ເພື່ອສຸຂະພາບ ແລະ ເພື່ອມິດຕະພາບທີ່ດີ ຂອງພະນັກງານ-ລັດຖະກອນທົ່ວກະຊວງ.
ໃນໂອກາດເປີດຂະບວນການດັ່ງກ່າວ ຄະນະພັກ-ຄະນະນໍາ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ກະຊວງພາຍໃນ ຍັງໄດ້ອອກແຮງງານລວມ ອານາໄມສະຖານທີ່ເຮັດວຽກ, ພື້ນທີ່ອ້ອມຮອບອາຄານສໍານັກງານ ໃນຂອບເຂດຄວາມຮັບຜິດຊອບຂອງກະຊວງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ສະອາດງາມຕາ ເພື່ອສ້າງສະພາບແວດລ້ອມທີ່ດີໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ, ນອກຈາກນີ້ ຍັງມີກິດຈະກໍາເຊັ່ນ ການແຂ່ງຂັນກິລາປະເພດຕ່າງໆ, ການຊ່ວຍເຫຼືອສັງຄົມ ເປັນຕົ້ນແມ່ນ ການ ບໍລິຈາກເລືອດ, ການມອບອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະ ເພາະແມ່ນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນປັດຈຸບັນ.