ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງພານິດໄທ ຈັດງານສະແດງສິນຄ້າ Mini Thailand Week 2025 ທີ່ ແຂວງຫຼວງພະບາງ

May 14, 2025

ກົມສົ່ງເສີມການຄ້າໃນຕ່າງປະເທດ ກະຊວງພານິດ ປະເທດໄທ ມີນະໂຍບາຍເລັ່ງພັກດັນການສົ່ງອອກສິນຄ້າໄທໃນຕ່າງປະເທດ ເພື່ອຊ່ວຍເຫຼືອຜູ້ປະກອບການໄທ, ດັ່ງນັ້ນສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດກິດຈະກຳງານສະແດງສິນຄ້າ Mini Thailand Week 2025 ທີ່ເດີນທາດຫຼວງ ແຂວງຫຼວງພະບາງ ສປປ ລາວ, ງານດັ່ງກ່າວແມ່ນຈັດຂຶ້ນລະຫວ່າງວັນທີ 30 ເມສາ – 4 ພຶດສະພາ 2025 ຕັ້ງແຕ່ເວລາ 10:00 – 21:00 ໂມງ ເຊິ່ງເປັນການຈັດງານສະແດງສິນຄ້າໃນເມືອງຮອງທີ່ມີສັກກາຍະພາບ ຂອງ ສປປ ລາວ ທີ່ມີການເຊື່ອມໂຍງການຄົມມະນາຄົມຂົນສົ່ງ ແລະ ໂລຈິສຕິກ ໂດຍເປັນທີ່ຕັ້ງຕາມແນວເສັ້ນທາງລົດໄຟ ລາວ-ຈີນ ເປັນເມືອງເສດຖະກິດດ້ານທາງການທ່ອງທ່ຽວ ແລະ ກະສິກຳ.
ເຊິ່ງການຈັດງານຄັ້ງນີ້ຈະຊ່ວຍຂະຫຍາຍຕະຫຼາດສິນຄ້າໄທ ໄປສູ່ຜູ້ບໍລິໂພກຊາວ ສປປ ລາວ ທີ່ອາໄສໃນພື້ນທີ່ຕ່າງແຂວງ ໂດຍສະເພາະໃນພື້ນທີ່ ທີ່ປະຊາຊົນມີກຳລັງຊື້ ແລະ ມີຕົວແທນຈຳໜ່າຍສິນຄ້າ ເຊິ່ງຈະເຮັດໃຫ້ຜູ້ບໍລິໂພກຊາວລາວທີ່ຢູ່ໃນຕ່າງແຂວງມີໂອກາດໄດ້ໃຊ້ສິນຄ້າໄທທີ່ມີຄຸນນະພາບ ແລະ ຍັງເປັນການເປີດໂອກາດໃຫ້ກັບສິນຄ້າໄທເຈົ້າໃໝ່ໆ, ໄດ້ມີໂອກາດເຮັດການຕະຫຼາດ ແລະ ເຂົ້າເຖິງຜູ້ບໍລິໂພກ.
ການຈັດງານດັ່ງກ່າວ ຍັງມີກິດຈະກຳອື່ນໆ ທີ່ໜ້າສົນໃຈເຊັ່ນ: ການສະແດງສິລະປະວັດທະນະທຳ ໄທ-ລາວ, ການສາທິດການປຸງແຕ່ງອາຫານໄທ ແລະ ການສາທິດແກະສະຫຼັກໝາກໄມ້. ການຈັດງານ Mini Thailand Week 2025 ມີເປົ້າໝາຍເພື່ອໃຫ້ຜູ້ບໍລິໂພກຊາວລາວໃນຕ່າງແຂວງ, ຕົວແທນຈຳໜ່າຍ, ຜູ້ຊື້, ຜູ້ນຳເຂົ້າສິນຄ້າໄທໃນຕ່າງແຂວງ ໄດ້ຮູ້ຈັກສິນຄ້າໄທເພີ່ມຫຼາຍຂຶ້ນ ຕະຫຼອດເຖິງສ້າງພາບລັກ ແລະ ຄົງຄວາມນິຍົມໃຫ້ກັບສິນຄ້າໄທຢ່າງຕໍ່ເນື່ອງ.