ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະ ນີ ເສຍຫາຍເກືອບ 2 ຕື້ກີບ

Mar 28, 2025

ກະຊວງສາທາລະນະສຸກ ກວດພົບການສໍ້ລາດບັງຫລວງ 3 ກໍລະ ນີ ເສຍຫາຍເກືອບ 2 ຕື້ກີບ
ວັນທີ 27 ມີນາ 2025, ທ່ານ ດຣ. ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມກວດກາ ກະຊວງສາທາລະນະສຸກ ໄດ້ລາຍງານບົດສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ກະຊວງສາທາລະ ນະສຸກ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຕໍ່ກອງປະຊຸມວຽກງານກວດກາຂອງ ກະຊວງ ສາທາລະນະສຸກ ເຊິ່ງມີຜົນສໍາເລັດໃນຫລາຍດ້ານເປັນຕົ້ນ:
– ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາລັດເປັນປົກກະຕິ ຢູ່ພະ ແນກສາທາລະນະສຸກ ຂັ້ນທ້ອງຖິ່ນ ແລະ ກົມກອງອ້ອມຂ້າງກະ ຊວງ.
– ໄດ້ຕິດຕາມ-ກວດກາການສໍ້ລາດບັງຫລວງ 3 ກໍລະນີ: ຕິດຕາມການເກັບກູ້ເງິນຄືນ 2 ກໍລະນີ ພົບເຫັນ ມູນຄ່າເສຍຫາຍທັງໝົດຫຼາຍກວ່າ 1ຕື້ 920,000,000 ກວ່າກີບ, ເກັບກູ້ຄືນໄດ້ຫຼາຍ ກວ່າ 195,000,000 ກວ່າກີບ ແລະ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນເພື່ອເປີດການສືບສວນ-ສອບສວນ, 1 ກໍລະນີ ຍັງບໍ່ສາ ມາດປະເມີນຜົນເສຍຫາຍໄດ້ເທື່ອ.
– ໄດ້ຕິດຕາມການແກ້ໄຂຜົນຂອງການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ແລະ ຄໍາແນະນໍາກວດສອບສົກຜ່ານມາ 20 ບັນຫາ, ໃນນີ້ໄດ້ຮັບການປັບປຸງແກ້ ໄຂຂາດຕົວ 6 ບັນຫາ, ມີການປັບປຸງແກ້ໄຂແຕ່ບໍ່ຂາດຕົວ 14 ບັນຫາ ແລະ ບັນຫາທີ່ເກີດຂຶ້ນໃໝ່ ໃນປີ 2023 ຈໍານວນ 8 ບັນ ຫາ.
– ໄດ້ຮັບ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ບັດສົນເທໃໝ່ 6 ກໍ ລະນີ ແລະ ສືບຕໍ່ຄົ້ນຄວ້າ ຄໍາຮ້ອງ-ຄໍາສະເໜີ ປີຜ່ານມາ 3 ກໍລະ ນີ ລວມທັງໝົດ 9 ກໍລະນີ. ໃນນີ້, ແກ້ໄຂສໍາເລັດແລ້ວ 3 ກໍລະນີ, ກຳລັງຈັດຕັ້ງປະຕິບັດ 4 ກໍລະນີ, ຕິດຕາມທິດຊີ້ນໍາຈາກຂັ້ນເທິງ 2 ກໍລະນີ (ຄໍາຮ້ອງທີ່ພົບຫຼາຍແມ່ນຄວາມບໍ່ພໍໃຈຕໍ່ການບໍລິການປິ່ນປົວສຸຂະພາບ, ບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ພະນັກ ງານທີ່ກະທຳຜິດຕໍ່ກົດໝາຍ ວ່າດ້ວຍພະນັກງານ -ລັດຖະກອນ).
ທີ່ມາ: ວາລະສານກວດກາ.