ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງສາທາລະນະສຸກ ຖະເເຫຼງຂ່າວກ່ຽວກັບການອະນຸມັດ ຄຳເຕືອນສຸຂະພາບເເບບໃໝ່ ໃນຊອງຢາສູບ

Dec 4, 2024

ໃນຕອນບ່າຍວັນທີ 3 ທັນວາ 2024 ໄດ້ມີພິທີຖະເເຫຼງຂ່າວກ່ຽວກັບ ການອະນຸມັດ ຄໍາເຕືອນສຸຂະພາບ ທີ່ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ດຣ ນ. ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ເເລະ ສົ່ງເສີມສຸຂະພາບ.
ຕາມຕົວເລກທີ່ທ່ງກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ : ຢາສູບເຮັດໃຫ້ຄົນທົ່ວໂລກ ເສຍຊີວິດເຖິງ 8 ລ້ານຄົນຕໍ່ປີ ຫຼື ທຸກນາທີ ມີຄົນຕາຍ 15 ຄົນ, ສໍາລັບຄົນລາວ 6,700 ຄົນຕໍ່ປີ ຫຼື 18 ຄົນຕໍ່ມື້.
ສປປ ລາວ ຈະກາຍເປັນປະເທດລໍາດັບ 3 ໃນອາຊຽນ ຮອງຈາກ ປະເທດໄທ (2019) ແລະ ສິງກະໂປ (2020) ທີ່ຈັດຕັ້ງປະຕິບັດ ຄໍາເຕືອນສຸຂະພາບຮູບ ພາບແບບໃໝ່ ທີ່ບໍ່ມີການໂຄສະນາຜ່ານຊອງຢາສູບ, ສປປ ລາວ ຈະຮ່ວມກັບອີກ 26 ປະເທດໃນທົ່ວໂລກ ບັງຄັບໃຊ້ມາດຕະການທີ່ມີຫຼັກຖານທາງວິທະຍາສາດ ຢືນຢັນແລ້ວວ່າ ສາມາດລົບລ້າງຄວາມດຶງດູດຂອງຊອງ ແລະ ຕຸດຢາສູບ ເປັນຕົ້ນ ສີສັນ, ເຄື່ອງໝາຍການຄ້າ ແລະ ຮູບພາບຕ່າງໆ.
ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສາກົນ ໃນປີ 2006 ແລະ ມີພັນທະທີ່ຈະຕ້ອງໄດ້ມີຄໍາເຕືອນສຸຂະພາບເປັນຮູບພາບໃຫຍ່ໃສ່ຊອງ ແລະ ຕຸດຢາສູບ ແລະ ບໍ່ໃຫ້ມີການໂຄສະນາໃດໆຜ່ານຊອງຢາສູບ. ເຊິ່ງປະໂຫຍດຂອງຊອງຢາສູບແບບມາດຕະຖານ ເເມ່ນສາມາດຊ່ວຍຫຼຸດຜ່ອນຄວາມດຶງດູດ ແລະ ການໂຄສະນາຜະລິດຕະພັນຢາສູບ; ເປັນສິ່ງທີ່ສື່ສານຜົນຮ້າຍ ຫຼື ພະຍາດທີ່ເກີດຈາກຢາສູບ ໃຫ້ຜູ້ສູບ ແລະ ຜູ້ບໍ່ສູບໄດ້ດີກວ່າ ຊອງ ແລະ ຕຸດຢາສູບໃນຮູບແບບອື່ນ; ຊ່ວຍຫຼຸດຜ່ອນຄວາມເຂົ້າໃຈຂໍ້ມູນແບບຜິດໆ ໂດຍສະເພາະເຕັກນິກໃນການອອກແບບຊອງ ທີ່ເຮັດໃຫ້ເຂົ້າໃຈວ່າ ຢາສູບນີ້ຮ້າຍແຮງໜ້ອຍກວ່າຢາສູບອື່ນ ຫຼື ຢາສູບນີ້ປອດໄພກວ່າ; ຊ່ວຍເພີ່ມປະສິດທິພາບ ແລະ ຄວາມຊັດເຈນ ຂອງຄໍາເຕືອນສຸຂະພາບ ທີ່ເປັນຮູບພາບ.
ປັດຈຸບັນນີ້, ກະຊວງສາທາລະນະສຸກ ກໍໄດ້ມີການກຳນົດ 10 ເເບບ ກ່ຽວກັບຮູບພາບ ເເລະ ຂໍ້ຄວາມຄຳເຕືອນສຸຂະພາບ, ເເລ້ວກໍຍັງມີສະຫຼາກຄຳເຕືອນ 10 ແບບ ເຊິ່ງເເຕ່ລະເເບບ ເເມ່ນມີ 2 ສອງຂໍ້ຄວາມ ເເຕກຕ່າງກັນໄປ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໃນນາມປະທານ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ອະນຸມັດ ຂໍ້ຕົກລົງວ່າດ້ວຍ ຄຳເຕືອນສຸຂະພາບແບບໃໝ່ 13 ພຶດສະພາ 2024 ເເລ້ວໄດ້ມີການ ນໍາໄປລົງຈົດໝາຍເຫດທາງລັດຖະການ ແລະ ເຜີຍແຜ່ໃຫ້ແກ່ ສື່ມວນຊົນ, ຈາກນັ້ນ ໄດ້ເຜີຍແຜ່ໃຫ້ ບໍລິສັດຢາສູບຜູ້ຜະລິດພາຍໃນປະເທດ ແລະ ນໍາເຂົ້າຈາກຕ່າງປະເທດ ພ້ອມທັງແຈ້ງໃຫ້ຜູ້ປະກອບການກ່ຽວກັບ ລາຍລະອຽດຂອງຂໍ້ຕົກລົງ ແລະ ວັນເວລາໃນການຈັດຕັ້ງປະຕິບັດ ກໍຄືໄດ້ມີການກຳນົດໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ເເລະ ຖືວ່າເປັນເວລາທີ່ພຽງພໍ ໃຫ້ ບໍລິສັດຢາສູບໃນການກະກຽມການພິມຄຳເຕືອນໃໝ່ ແລະ ສະສາງ ຊອງຢາສູບໃນສະຕອັກທັງໝົດ.
May be an image of 7 people and text