ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດກອງປະຊຸມຂຽນບົດເລື່ອງວີດີໂອ ໃນວັນທີ 23-26 ເດືອນ ມີຖຸນາ 2025 ເພື່ອສ້າງຂະບວນສົ່ງຂໍ້ຄວາມທີ່ຈະສົ່ງເສີມຄຸນຄ່າຂອງການສຶກສາ ແລະ ສະໜັບສະໜູນການສືບຕໍ່ຮຽນຂອງນັກຮຽນ. ໂດຍພາຍໃຕ້ການຊີ້ນຳຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ຂະບວນການດັ່ງກ່າວ ຂຶ້ນແຜນ ສ້າງວິດີໂອໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດສຳລັບ ການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ( ແຜນງານບີຄວາ ). ໂດຍການເປັນປະທານຂອງທ່ານ ອຸທິດ ທິບມະນີ, ຮອງຜູ້ອຳນວຍການ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແລະທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດ ອົດສະຕຣາລີ ປະຈຳ ສປປ ລາວ.
ເປັນບາດກ້າວທໍາອິດ ໃນການແກ້ໄຂອັດຕາການອອກໂຮງຮຽນຂອງນັກຮຽນທີ່ກ່ຽວຂ້ອງກັບຄວາມຫຍຸ້ງຍາກດ້ານເສດ ຖະກິດ ແລະ ຄວາມເຊື່ອທີ່ເພີ່ມຂຶ້ນວ່າການສຶກສາບໍ່ໄດ້ນໍາໄປສູ່ວຽກເຮັດງານທຳທີ່ດີ.
ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: “ ການສຶກສາບໍ່ພຽງແຕ່ເປັນຜົນສໍາເລັດຂອງບຸກຄົນ, ແຕ່ຍັງເປັນການລົງທຶນຂອງ ປະເທດ. ພວກເຮົາຕ້ອງບອກເຖິງຊຸມຊົນຂອງພວກເຮົາວ່າການຮຽນຊ່ວຍເປີດປະຕູ, ສ້າງຄວາມສາມາດກຸ້ມຕົນເອງ ແລະ ຊ່ວຍ ໃຫ້ໄວໜຸ່ມເຕີບໂຕເປັນຜູ້ໃຫຍ່ທີ່ດີ. ໂດຍການສະໜັບສະໜູນຢ່າງໜັກເນັ້ນຈາກລັດຖະບານອົດສະຕຣາລີ, ພວກເຮົາຈະສ້າງວິດີ ໂອທີ່ສົ່ງຂໍ້ຄວາມສຳຄັນໂດຍກົງ ສື່ເຖິງຜູ້ປົກຄອງ ແລະ ນັກຮຽນ, ພວກເຮົາຈະປັບຄວາມຄິດຂອງຄອບຄົວໃນການຄິດ ກ່ຽວກັບ ອະນາຄົດຂອງລູກຄືແບບໃດ. ທັງນີ້ກໍ່ເພື່ອຊ່ວຍໃຫ້ການສຶກສາຖືເປັນບູລິມະສິດອີກຄັ້ງ”.
ທ່ານນາງ ວາເນັດຊ້າ ເຮັກກາທີ້ ໄດ້ຊົມເຊີຍຕໍ່ການຮ່ວມມື ທັງສອງຝ່າຍ ແລະ ໄດ້ໃຫ້ຮູ້ວ່າ : “ ກອງປະຊຸມຄັ້ງນີ້ ເປັນ ສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ເພື່ອແກ້ໄຂບັນຫາອັນຮີບດ່ວນທີ່ສຸດໃນຂະແໜງການສຶກສາປັດຈຸບັນກໍ່ຄື: ການປະລະ ການຮຽນຂອງນັກຮຽນ, ເດັກນ້ອຍໃນລາວຫຼາຍຄົນໄດ້ອອກໂຮງຮຽນໄວເກີນໄປ ແລະ ເມື່ອເຂົາເຈົ້າອອກໂຮງຮຽນ ໄດ້ຈຳກັດອະ ນາຄົດຂອງເຂົາເຈົ້າ, ດ້ານໂອກາດຂອງຕົນເອງ ແລະ ການພັດທະນາປະເທດຊາດ. ຜ່ານວິດີໂອສັ້ນທີ່ມີຄຸນຄ່າ, ພວກເຮົາຫວັງ ວ່າຈະໄດ້ສົ່ງຂໍ້ຄວາມໂດຍກົງເຖິງຜູ້ປົກຄອງ, ນັກຮຽນ, ຜູ້ເຮັດວຽກໃນຂະແໜງການສຶກສາ, ຄູ ແລະ ຊຸມຊົນ. ຊຸກຍູ້ສົ່ງເສີມແຜນໂຄສະນາດັ່ງກ່າວຈະປະກອບມີວິດີໂອສັ້ນຫຼາຍອັນ ເວົ້າເຖິງບັນຫາການອອກໂຮງຮຽນຂອງນັກຮຽນທີ່ເພີ່ມຂຶ້ນໃນ ສປປລາວ ໂດຍມີຈຸດປະສົງເພື່ອປ່ຽນຄວາມເຂົ້າໃຈລະຫວ່າງນັກຮຽນ, ພໍ່ແມ່ ແລະ ຊຸມຊົນໂດຍສະແດງໃຫ້ເຫັນວ່າການສຶກສາ ນັ້ນ, ເຖິງແມ່ນວ່າຍັງບໍ່ທັນເປັນເສັ້ນທາງໄປສູ່ການເຮັດວຽກໄດ້ໃນຕອນນີ້ເທື່ອ, ແຕ່ໄດ້ໃຫ້ທັກສະຄວາມສາມາດ ແລະ ໂອກາດ ທີ່ໄວໜຸ່ມຕ້ອງການເພື່ອສ້າງອະນາຄົດຂອງຕົນເອງ.







