ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ສ້າງວີດີໂອ ເລື່ອງ ” ສອງເສັ້ນທາງ ” ເພື່ອສົ່ງເສີມການສຶກສາໃນທົ່ວປະເທດ.

Aug 19, 2025

ເມື່ອບໍ່ດົນມານີ້ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມການຖ່າຍທຳລະຄອນເລື່ອງທຳອິດຂອງແຜນໂຄສະນາການສຶກສາແຫ່ງຊາດ ເພື່ອສົ່ງເສີມການສຶກສາໃນທົ່ວປະເທດລາວ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການຊີ້ນຳຈາກກະຊວງສືຶກສາທິການ ແລະ ກິລາ ທີ່ນຳພາການຖ່າຍທຳ. ລະຄອນເລື່ອງທຳອິດມີຊື່ວ່າ: ” ສອງເສັ້ນທາງ “, ເປັນເລື່ອງລາວທີ່ປະທັບໃຈ ແລະ ເປັນເລື່ອງທຳອິດໃນບັນດາວີດີໂອທີ່ຈະຜະລິດ ເພື່ອສ້າງແຮງບັນດານໃຈໃຫ້ຮັກການຮຽນ ແລະ ຊຸກຍູ້ໃຫ້ໃນຮັກສືບຕໍ່ການຮຽນ.
May be an image of 5 people, television, newsroom and text May be an image of 3 people, chess and text that says 'สาล้ လပု'
ທ່ານ ອຸທິດ ທິບມະນີ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເປັນຜູ້ນຳພາຂະບວນການສົ່ງເສີມການສຶກສາໃນທົ່ວປະເທດ, ໂດຍຜ່ານການເລົ່າເລື່ອງລາວທີ່ເປັນແຮງບັນດານໃຈ ແລະ ການມີສ່ວນຮ່ວມຂອງຊຸມຊົນດ້ວຍຄວາມສາມັກຄີ, ການໂຄສະນາດັ່ງກ່າວມີຈຸດປະສົງເພື່ອກະຕຸ້ນໃຫ້ນັກຮຽນສືບຕໍ່ການຮຽນ, ສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນ ໃຫ້ຮັບຮູ້ຄວາມສຳຄັນຂອງການສຶກສາ ແລະ ຊົມເຊີຍບົດບາດຂອງຄູໃນການສ້າງອານາຄົດ.
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາທີເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ ຂະບວນການຕອບໂຕ້ວິກິດການດ້ານການສຶກສາໃນລາວ ທີ່ມີນັກຮຽນປະລະການຮຽນ ຍ້ອນວ່າເຂົາເຈົ້າບໍ່ເຫັນຄຸນຄ່າຂອງການສຶກສາ ວ່າຈະຮັບປະກັນໃຫ້ມີວຽກເຮັດງານທຳ ຫຼື ຈະຊ່ວຍສ້າງອະນາຄົດຂອງເຂົາເຈົ້າ. ໂດຍມີລະຄອນເລື່ອງ “ສອງເສັ້ນທາງ” ໄດ້ບອກເລົ່າເລື່ອງລາວທີ່ສະແດງການປຽບທຽບ ອານາຄົດຂອງໄວໜຸ່ມຜູ້ທີ່ເລືອກການສຶກສາແລ້ວສືບຕໍ່ຮຽນ ແລະ ຜູ້ທີ່ບໍ່ຮຽນຈົນຈົບ. ຍົກໃຫ້ເຫັນວ່າ ການສຶກສາໄດ້ຊ່ວຍໃຫ້ຄົນຜູ້ໜຶ່ງຮູ້ຈັກຄົ້ນຄິດ, ມີຄວາມຮູ້ໃນການພັດທະນາຕົນເອງ, ຮູ້ທັນໂລກ ແລະ ມີຄວາມສາມາດທີ່ຈະສ້າງໂອກາດໃຫ້ແກ່ຕົນເອງ.
May be an image of 1 person, studying and newsroom May be an image of 11 people
ການຖ່າຍທຳລະຄອນເລື່ອງທຳອິດແມ່ນດຳເນີນການຜະລິດໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ດ້ວຍຄວາມມຸ່ງໝັ້ນ ແລະ ເປັນມືອາຊີບ. ລະຄອນເລື່ອງນີ້ ນຳສະແດງໂດຍ ນາງ ປ່າເຢັ້ງຊາ ລໍ່, ນາງງາມຊົນເຜົ່າມົ້ງ ຄົນທຳອິດທີ່ໄດ້ເປັນຕົວແທນປະເທດລາວໃນການປະກວດ Miss Universe ຄາດວ່າລະຄອນເລື່ອງ “ສອງເສັ້ນທາງ” ແລະ ເລື່ອງອື່ນໆ ຈະສໍາເລັດ ແລະ ໄດ້ຮັບຊົມທົ່ວປະເທດໄວໆນີ້.