ໃນລະຫວ່າງວັນທີ 04 ຫາ 29 ສິງຫາ 2025, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ດຳເນີນການຝຶກອົບຮົມຮອບທີ 6 ໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນສຳລັບ 30 ເມືອງ ເປົ້າໝາຍຂອງແຜນງານບີຄວາ.
ລະບົບ ຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ຖືກສ້າງຂຶ້ນໃນປີ 2023 ເພື່ອຮັບປະກັນວ່າ ຄູສອນຊັ້ນປະຖົມສຶກສາ, ໂດຍສະເພາະຜູ້ທີ່ຢຸ່ໃນເຂດຫ່າງໄກ ແລະ ຜູ້ດ້ອຍໂອກາດ ຈະໄດ້ຮັບການຊ່ວຍເຫຼືອຢ່າງເປັນປົກກະຕິ ດ້ານວິຊາການ ແລະ ເປັນລະບົບແບບເພື່ອນ-ຊ່ວຍ-ເພື່ອນ ຕະຫຼອດສົກຮຽນ. ລະບົບນີ້ສ້າງຕັ້ງຂຶ້ນໂດຍ ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ລະບົບດັ່ງກ່າວໄດ້ໃຫ້ບູລິມະສິດແກ່ຄູສອນທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ ເພື່ອເຮັດໜ້າທີ່ເປັນຄູຝຶກ ແລະ ຜູ້ໃຫ້ຄຳແນະນຳການສອນໃນໂຮງຮຽນ. ຜູ້ເຮັດວຽກສຶກສານິເທດພາຍໃນ ຈະຊ່ວຍໃຫ້ເພື່ອນຮ່ວມງານປັບປຸງການປະຕິບັດການສິດສອນຂອງເຂົາເຈົ້າໂດຍການນຳພາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຜ່ານການໃຫ້ຄໍາແນະນໍາຢ່າງເປັນປົກກະຕິ, ການສັງເກດການສອນ, ການສອນເປັນຄູ່, ການໃຫ້ຄໍາຄິດຄໍາເຫັນ ແລະ ການຕິດຕາມການປະຕິບັດຄໍາແນະນໍາ. ໃນເບື້ອງຕົ້ນລະບົບດັ່ງກ່າວມີຢູ່ 30 ເມືອງເປົ້າໝາຍ ໃນ 7 ແຂວງທີ່ໄດ້ຮັບການສະໜັບສະໜູນຈາກ ແຜນງານບີຄວາ ຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ຍ້ອນເຫັນໄດ້ເຖິງຄວາມສຳຄັນ ແລະ ອີງໃສຜົນໄດ້ຮັບຈາກການປະຕິບັດວຽກງານດັ່ງກ່າວ, ສສກ ຈິ່ງໄດ້ມີແຜນຂະຫຍາຍໄປແຂວງອື່ນໆຕື່ມອີກ.

ຜູ້ເຮັດວຽກສຶກສານິເທດພາຍໃນ ຫຼາຍກວ່າ 1.126 ຄົນ (ໃນນັ້ນ ເພດຍິງ 53% ແລະ 47% ເປັນຄົນຊົນເຜົ່າ) ເປັນຄູສອນທີ່ມີປະສົບການ ແລະ ເປັນຜູ້ອໍານວຍການທີ່ໄດ້ຮັບການຄັດເລືອກ ທີ່ມີຄວາມມຸ່ງໝັ້ນໃນການຊ່ວຍເຫຼືອຄູດ້ວຍກັນ, ໄດ້ເຂົ້າຮ່ວມການຝຶກອົບຮົມຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ຂອງເຂົາເຈົ້າ. ການຝຶກອົບຮົມແມ່ນໄດ້ຮັບການບັນຍາຍຈາກ ວິຊາການ 100 ກວ່າຄົນຈາກວິທະຍາໄລຄູ (ວຄ) ຫຼວງນໍ້າທາ, ຄັງໄຂ ແລະ ສະຫວັນນະເຂດ, ໂດຍມີ ສກມ 30 ເມືອງເປົ້າໝາຍ ອຳນວຍຄວາມສະດວກດ້ານສະຖານທີ່ ແລະ ອຸປະກອນການຝຶກອົບຮົມ.
ທ່ານ ນາງ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກອງປະຊຸມ ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ່ 6 ມີ ຄວາມຄືບໜ້າໃນການຝຶກອົບຮົມໃນຄັ້ງກ່ອນ ແລະ ຕອບສະໜອງຄວາມຕ້ອງການຂອງຄູ. ການຝຶກອົບຮົມຈະຊ່ວຍເຮັດໃຫ້ ຜູ້ເຮັດວຽກສຶກສານິເທດພາຍໃນ ສາມາດຊ່ວຍເຫຼືອຄູໃນການສອນວິຊາພາສາລາວຂັ້ນ ປ.1 ໃຫ້ມີປະສິດທິພາບ, ນຳໃຊ້ວິທີການສອນຫ້ອງຄວບ ແລະ ວາງແຜນການຊ່ວຍເຫຼືອຄູໃນສົກຮຽນ 2025–2026. ພວກເຮົາເນັ້ນໃສ່ການຊ່ວຍເຫຼືອຄູ ກໍຍ້ອນວ່າ ຄູທີ່ມີແຮງຈູງໃຈ ແລະ ໄດ້ຮັບການຝຶກອົບຮົມທີ່ດີ ແມ່ນປັດໄຈຫຼັກຂອງຄວາມສຳເລັດໃນການຮຽນຮູ້ຂອງນັກຮຽນ.”

ການຝຶກອົບຮົມປະກອບມີ 10 ພາກທີ່ສຳຄັນໃນໄລຍະເວລາ 5 ມື້. ເລີ່ມຕົ້ນດ້ວຍການລົງເລິກສຶກສາກ່ຽວກັບວິຊາພາສາລາວຂັ້ນ ປ. 1, ລວມທັງຮຽນຮູ້ກ່ຽວກັບຄວາມສໍາຄັນຂອງຂັ້ນນຳເຂົ້າສູ່ບົດຮຽນ ແລະ ວິທີການນໍາໃຊ້ 7 ຂັ້ນຕອນໃໝ່ສໍາລັບການຮຽນສຽງ ແລະ ຂຽນ ຕົວອັກສອນ ຫຼື ຄຳເວົ້າໃນພາສາລາວ. ຕາມດ້ວຍການຮຽນຮູ້ກ່ຽວກັບສາມພາກຂອງໂມດູນທີ່ກ່ຽວກັບການສອນຫ້ອງຄວບ, ເຊິ່ງ ຜູ້ເຮັດວຽກສຶກສານິເທດພາຍໃນ ຈະຮຽນຮູ້ວິທີການອອກແບບ, ປະຕິບັດ ແລະ ການຊ່ວຍແນະນຳການສອນບົດຮຽນຫ້ອງຄວບສະເພາະ ເຊິ່ງຫ້ອງຄວບແມ່ນມີໃນຫຼາຍໂຮງຮຽນທີ່ຢູ່ຫ່າງໄກຂອງປະເທດລາວ.
ທ່ານ ນາງ ວາເນັດຊາ ເຮກາທີ, ເລຂາທີເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: ຄູເປັນໃຈກາງຂອງຄຸນນະພາບການສຶກສາ. ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນລະບົບຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ເປັນລະບົບທັນຍຸກສະໄໝຂອງລັດຖະບານລາວ, ເຊິ່ງຮັບປະກັນວ່າ ເຖິງຄູຈະຢູ່ໃນໂຮງຮຽນຫ່າງໄກ ກໍສາມາດໄດ້ຮັບການຊ່ວຍເຫຼືອຢ່າງເປັນປົກກະຕິ ແລະ ມີຄຸນນະພາບສູງ. ລະບົບການຊ່ວຍເຫຼືອຄູທີ່ມີປະສິດທີ່ພາບ ຄືກັບລະບົບຜູ້ເຮັດວຽກສຶກສານິເທດພາຍໃນນີ້ ແມ່ນສຳຄັນຫລາຍທີ່ຈະຊ່ວຍໃຫ້ຄູມີແຮງບັນດານໃຈໃນການສອນ.


