ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ເປີດການຖ່າຍທຳລະຄອນເລື່ອງ ຄຸນຄ່າຂອງຄູ.

Sep 16, 2025

ຫວ່າງບໍ່ດົນມານີ້ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານໂຄງການແຜນງານບີຄວາ ໄດ້ຖ່າຍທຳວີດີໂອ ເພື່ອສົ່ງເສີມການສຶກສາ ໂດຍມີຈຸດປະສົງເພື່ອປຸກລະດົມຜູ້ຊົມ ແລະ ຫັນປ່ຽນທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ.
ທ່ານ ວົງເພັດ ອຸດົມລິດ, ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) , ໄດ້ກ່າວວ່າ : ລະຄອນວີດີໂອນີ້ ແມ່ນໄດ້ສະແດງໃຫ້ເຫັນການອຸທິດຕົນຂອງຄູ, ເລີ່ມແຕ່ການສຶກສາຂັ້ນພຶ້ນຖານໄປເຖິງການສຶກສາຂັ້ນສູງ, ສະແດງໃຫ້ເຫັນວ່າ ຄູແມ່ນກະດູກສັນຫຼັງຂອງລະບົບການສຶກສາ.
May be an image of 2 people, people studying, hospital and text May be an image of 3 people, child, people studying and text
ທ່ານ ນາງ ວາເນັດຊາ ເຮັກກາທີ, ເລຂາເອກສະຖານທູດອົດສະຕຣາລີ, ໄດ້ອະທິບາຍເຖິງແຜນໂຄສະນາວ່າ: ຜ່ານເລື່ອງຈິງ ແລະ ການມີສ່ວນຮ່ວມຂອງຊຸມຊົນທີ່ມີຄວາມໝາຍ, ພວກເຮົາແນໃສ່ຊຸກຍູ້ໃຫ້ນັກຮຽນເຂົ້າໂຮງຮຽນ, ຮັບປະກັນໃຫ້ພໍ່ແມ່ຜູ້ປົກຄອງໄດ້ຮັບຜົນປະໂຫຍດດ້ານການສຶກສາຕະຫຼອດຊີວິດ ແລະ ສະເຫຼີມສະຫຼອງບົດບາດທີ່ຂາດບໍ່ໄດ້ຂອງຄູໃນການສອນໃຫ້ເດັກທີ່ຈະຜູ້ນຳໃນອະນາຄົດ. ລັດຖະບານອົດສະຕຣາລີ ຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຮ່ວມກັນກັບກະຊວງສຶກສາທິການ ແລະ ກິລາ ໃນແຜນໂຄສະນາການສຶກສາທີ່ສຳຄັນນີ້.
ເນື່ອງຈາກຜ່ານມາ ລະຄອນເລື່ອງ “ ສອງເສັ້ນທາງ ” ໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ເພາະສະທ້ອນ
May be an image of 11 people and text that says 'f f yrY Y'
ໃຫ້ເຫັນເຖິງອະນາຄົດທີ່ກົງກັນຂ້າມກັນຂອງໄວໜຸ່ມທີ່ເລືອກການສຶກສາ ແລະ ຜູ້ທີ່ບໍ່ໄດ້ສຶກສາຮຽນຕໍ່, ເນັ້ນໃຫ້ເຫັນເຖິງວິທີທີ່ການສຶກສາເຮັດໃຫ້ຄົນມີທັກສະກາຄົ້ນຄິດແບບວິເຄາະ, ຄວາມຮູ້ກ່ຽວກັບຕົນເອງ ແລະ ໂລກ ແລະ ຄວາມສາມາດໃນການສ້າງໂອກາດໃຫ້ກັບຕົນເອງ. ດັ່ງນັ້ນຈຶ່ງໄດ້ສ້າງລະຄອນເລື່ອງທີ່ສອງເພີ່ມຕື່ມ ມີຊື່ວ່າ: “ ຄຸນຄ່າຂອງຄູ ”ເປັນບົດເລື່ອງທີ່ສ່ອງແສງເຖິງການອຸທິດຕົນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ແລະ ໝາກຜົນອັນຍິ່ງໃຫຍ່ຂອງວຽກງານ.
ວີດີໂອ ໄດ້ເຜີຍແຜ່ໃຫ້ຄູ, ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາ ເພື່ອຊ່ວຍກັນໂຄສະນາໃນຂັ້ນທ້ອງຖິ່ນໃນໂຮງຮຽນ ແລະ ແຕ່ລະບ້ານ ເຊິ່ງບໍ່ພຽງແຕ່ເພື່ອຊົມເຊີຍການສົ່ງເສີມການສຶກສາ, ແຕ່ເພື່ອປຸກລະດົມວິໃສທັດທີ່ດີຮ່ວມກັນກ່ຽວກັບການສ້າງອະນາຄົດທີ່ດີກວ່າ ໂດຍການສ້າງຄວາມຮູ້, ການອຸທິດຕົນໃນການສອນຂອງຄູ.