ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງສຶກສາທິການ ແລະ ກິລາ-ອົງການຢູນິເຊັບ ປະຈໍາ ສປປ ລາວ ຢ້ຽມຢາມໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນ້ຳທາ

Sep 25, 2024

ວັນທີ 23 ກັນຍາ 2024 – ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຮ່ວມ ກັນລົງຢ້ຽມຢາມບັນດາໂຮງຮຽນ ໃນເມຶອງຫຼວງນ້ຳທາ, ເເຂວງຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອປະເມີນຄວາມເສຍຫາຍ, ຄວາມຕ້ອງການ ແລະ ສ້າງເງື່ອນໄຂຮັບປະກັນວ່ານັກຮຽນທີ່ໄດ້ຮັບຜົນກະທົບ 5,000 ຄົນ ຈະສາມາດສືບຕໍ່ການຮຽນຂອງພວກເຂົາໄດ້.
ໃນການຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນນໍາພາໂດຍ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ພົບປະກັບບັນດານັກຮຽນ, ຄູ ເເລະ ຜູ້ບໍລະຫານໃນເເຂວງ. ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນດັ່ງກ່າວຍັງໄດ້ມອບອຸ​ປະ​ກອນ​ດ້ານການ​ສຶກ​ສາ ​ແລະ ອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ໃຫ້ເເກ່ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບ ເຊີ່ງ ອົງການຢູນິເຊັບ ປະຈຳ ສປປ ລາວ ກໍຍັງໄດ້ໃຫ້ຄຳໝັ້ນສັນຍາໃນການສືບຕໍ່ສະໜອງການສະໜັບສະ ໜູນໃຫ້ຜູ້ທີ່ໄດ້ຮັບຜົນກະທົບຕື່ມອີກ.
ທ່ານ ພຸດ ສິມມາລາວົງ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ຂອງ ລັດຖະບານ ເເຫ່ງ ສປປ ລາວ, ກໍຄື ກະຊວງສຶກສາທິການ ເເລະ ກິລາ, ໃນການຮັບປະກັນການຮຽນຢ່າງຕໍ່ເນື່ອງໃນເວລາເກີດເຫດສຸກເສີນ. ທ່ານລັດຖະມົນຕີກະຊວງສຶກສາທິການ ກ່າວວ່າ: “ການສຶກສາແມ່ນມີຄວາມສຳຄັນຫຼາຍ ໃນການປົດລັອກທ່າແຮງຂອງເດັກນ້ອຍລາວຂອງພວກເຮົາ. ດັ່ງນັ້ນ ພວກເຮົາບໍ່ອາດສາມາດປ່ອຍໃຫ້ເຫດການສຸກເສີນໃດໆເຮັດໃຫ້ການສຶກສາຂອງພວກເຂົາຢຸດຊະງັກໄດ້”.
“ກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ທຸກຄວາມພະຍາຍາມ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ຕໍ່ກັບໂຮງຮຽນ ຢູ່ແຂວງຫຼວງນ້ຳທາ ແລະ ບັນດາເມືອງ ເເລະ ແຂວງອື່ນໆ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ ແລະ ພວມເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາຂອງພວກເຮົາເຊັ່ນ ອົງການຢູນິເຊັບ ເພື່ອສະໜອງອຸປະກອນທີ່ຈໍາເປັນ, ລວມທັງອຸປະກອນການຮຽນ-ການສອນ ແລະ ການຊ່ວຍເຫຼືອທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ນັກຮຽນ ແລະ ຄູອາຈານສາມາດເອົາຊະນະເຫດການອັນທ້າທາຍນີ້.”