ໃນຕອນເຊົ້າວັນທີ 28 ກຸມພາ 2025 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ແລະ ທ່ານ ບິລາລ ອຸແຣັ່ງ ເຊັບ ດູຣານີ, ຜູ້ຕາງໜ້າອົງການ ສປຊ ສໍາລັບເດັກ ຫລືຢູນິເຊັບ ປະຈຳລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ພອນວັນ ອຸທະວົງ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ຈັດຂື້ນ ເພື່ອທົບທວນການຈັດຕັ້ງປະ ຕິບັດແຜນງານການຮ່ວມມືລະຫວ່າງລັດຖະບານລາວ ແລະອົງການ ສປຊ ສໍາລັບເດັກປະຈໍາປີ 2024 ແລະ ສ້າງແຜນບູລິມະສິດ ປີ 2025 ແລະ 2026; ຖອດຖອນບົດຮຽນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ສະເໜີຕ່າງໆຕໍ່ຄູ່ຮ່ວມງານຈາກການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ພ້ອມທັງສຸມໃສ່ປຶກສາຫາລື 4 ບັນຫາຕົ້ນຕໍຄື: ການປັບປຸງການພັດທະນາ ແລະ ການເຕີບໃຫຍ່ຂອງເດັກໃນ 1,000 ວັນທໍາອິດ ສໍາລັບການເລີ່ມຕົ້ນຊີວິດທີ່ດີກວ່າ, ການປະຕິບັດຫຼັກສູດຊີວິດເພື່ອການພັດທະນາ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ, ເສີມຂະຫຍາຍການສຶກສາ ແລະ ການພັດທະນາທັກສະ ເພື່ອແກ້ໄຂວິກິດການການຮຽນຮູ້ ແລະ ການແກ້ໄຂຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ເດັກ ນ້ອຍ.
ໂອກາດນີ້ທ່ານ ບິລາລ ອຸແຣັ່ງ ເຊັບ ດູຣານີ, ຜູ້ຕາງໜ້າອົງການ ສປຊ ສໍາລັບເດັກ ຫລືຢູນິເຊັບ ປະຈຳລາວ ຍັງໄດ້ຍົກໃຫ້ເຫັນວ່າ: ໃນປີຜ່ານມາລາວ ແລະ ອົງການຢູນີເຊັບ ໄດ້ພັດທະນາສະຫວັດດີການເດັກໃນຫຼາຍໆດ້ານ ເປັນຕົ້ນການຮັບຮອງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະການປັບປຸງການເບິ່ງແຍງດູແລເດັກຫຼັງເກີດຊ່ວຍຫຼຸດອັດຕາການຕາຍຂອງເດັກເກີດໃໝ່ຈາກ 22 ຫາ 12 ກໍລະນີຕໍ່ເດັກເກີດມີຊີວິດ 1,000 ຄົນ. ການສັກຢາກັນພະຍາດແຫ່ງຊາດໄດ້ບັນລຸເປົ້າໝາຍ ແລະຍືນຍົງຫລາຍກວ່າ 92 ສ່ວນຮ້ອຍ, ດ້ານການສຶກສາ, ການຈັດຕັ້ງປະຕິບັດຫຼັກສູດໃໝ່ຂອງຫ້ອງກຽມປະຖົມ ໄດ້ເຂົ້າເຖິງເດັກນ້ອຍຫຼາຍກວ່າ 229,000 ຄົນ ດ້ວຍຫຼັກສູດຜ່ານຮູບແບບການຮຽນ ການຫຼີ້ນ ແລະ ການມີສ່ວນຮ່ວມຂອງເດັກໃນການຮຽນ-ການສອນ, ພ້ອມດຽວກັນນີ້ຍັງໄດ້ສ້າງຍຸດທະສາດດິຈິຕອນສໍາລັບຂະແໜງການສຶກສາ ນັບແຕ່ 2026 ຫາ 2034, ນອກຈາກນັ້ນເດັກນ້ອຍຫຼາຍກວ່າ 13,000 ຄົນ ທີ່ປະເຊີນກັບຄວາມຮຸນແຮງ ຫຼືການຂູດຮີດ ໄດ້ຮັບການຊ່ວຍເຫຼືອທາງດ້ານກົດຫມາຍ, ການໃຫ້ ຄໍາປຶກສາ, ຫຼືການບໍລິການທາງສັງຄົມ.
ກອງປະຊຸມຄັ້ງນີ້ ບັນດາຄູ່ຮວ່ມພັດທະນາ ຍັງໄດ້ກຳນົດບູລະມະສິດຕ່າງໆເຊັ່ນ: ການເສີມສ້າງສຸຂະພາບແມ່ ແລະ ເດັກ, ຫຼຸດຜ່ອນການຂາດສານອາຫານໃນເດັກ, ເລັ່ງພັດທະນາຄຸນນະພາບການສຶກສາ ແລະ ຫຼຸດຜ່ອນການປະລະການຮຽນ, ສົ່ງເສີມສະຫວັດດີການຂອງໄວໜຸ່ມ ແລະ ການປົກປ້ອງໄພອັນຕະລາຍ, ການຂະຫຍາຍໂຄງການຄຸ້ມຄອງໄວໜຸ່ມ, ແລະການຮວບຮວມເອົາຍຸດທະສາດໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດເຂົ້າໃນໂຄງການທີ່ສຸມໃສ່ເດັກເປັນຕົ້ນຕໍ ເພື່ອຮັບປະກັນຄວາມຍືນຍົງຂອງເດັກນ້ອຍຢູ່ລາວ.
ຂ່າວ: ຈັນທະສອນ





