ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຊີ້ແຈງ ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ

Jun 11, 2025

ທ່ານ ລິນຄໍາ ດວງສະຫວັນ ຊີ້ແຈງວ່າ: ສໍາລັບການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອຫັນປ່ຽນສັງຄົມບໍລິການໄປສູ່ສັງຄົມການຜະລິດ ໄດ້ຈັດຕັ້ງຜັນຂະຫຍາຍ 2 ນະໂຍບາຍແຫ່ງຊາດຄື: ນະໂຍບາຍວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ແລະ ນະໂຍບາຍວ່າດ້ວຍການສົ່ງເສີມການປູກພືດ ໂດຍການປະສານສົມທົບ ກັບຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນກຳນົດເປັນແຜນງານ, ໂຄງການ, ມາດຕະການ ແລະ ຈຸດສຸມລະອຽດ; ສໍາລັບການຜະລິດລະດູແລ້ງຜ່ານມາສາມາດປູກພືດເປັນສິນຄ້າໄດ້ 37,600 ກວ່າເຮັກຕາ, ລື່ນແຜນການ 18%;ສໍາລັບສິນຄ້າກະສິກໍາ ທີ່ໄດ້ສໍາເລັດການເຈລະຈາເປີດຕະຫຼາດ ກັບປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ, ຫວຽດນາມ ແລະ ໄທ, ປັດຈຸບັນມີທັງໝົດ 74 ລາຍການເຈລະຈາ (ສັດມີ 4 ລາຍການ); ໄດ້ຈັດພິທີສົ່ງອອກໝາກມ່ວງ ໄປ ສປ ຈີນ ຄັ້ງປະຖົມມະລຶກ ໃນວັນທີ 30 ພຶດສະພາ 2025 ທີ່ ຜ່ານມາ, ມີທັງໝົດ 90 ໂຕນ ; ການກະກຽມສົ່ງອອກເຂົ້າ ໄປ ບຣູໄນ ຢູ່ໃນຂັ້ນຕອນສົ່ງອອກທົດລອງ ລວມທັງກາເຟ ແລະ ໝາກໄມ້ອົບແຫ້ງຈໍານວນລວມ 50 ໂຕນ ຊຶ່ງໄດ້ສົມທົບກັບພາກທຸລະກິດທີ່ມີທ່າແຮງ ຄື ກຸ່ມບໍລິສັດໂຊກໄຊ (ໂຮງສີເຂົ້າ ສະຫວັນນະເຂດ) ເປັນບໍລິສັດຄູ່ຄ້າຝ່າຍລາວ ແລະ ກໍາລັງລໍຖ້າຝ່າຍບຣູໄນ ຄັດເລືອກບໍລິສັດຄູ່ຄ້າຝ່າຍບຣູໄນ; ການກະກຽມສົ່ງອອກເຂົ້າ ໄປບັງກະລາເທດປັດຈຸບັນ ຢູ່ໃນຂັ້ນຕອນການກະກຽມ ເຊັນສັນຍາຮ່ວມມື, ຄາດວ່າຈະເຊັນສັນຍາຮ່ວມມືພາຍໃນເດືອນມິຖຸນາ ຫຼື ກໍລະກົດ ນີ້ ຊຶ່ງບັງກາລາເທດ ຕ້ອງການນໍາເຂົ້າຈາກ ສປປ ລາວ ຈໍານວນ 200,000 ໂຕນ/ປີ. ແຜນຕໍ່ໜ້າຈະໄດ້ສົມທົບກັບພາກທຸລະກິດ ທີ່ມີທ່າແຮງດໍາເນີນການເຊັ່ນດຽວກັບກໍລະນີຂອງບຣູໄນ.
ວຽກງານປຸງແຕ່ງຜະລິດຕະພັນກະສິກຳ ທີ່ສາມາດຜະລິດໄດ້ພາຍໃນໃຫ້ມີມູນຄ່າສູງຂຶ້ນ ຈາກການ ສົ່ງອອກວັດຖຸດິບໄດ້ອອກ ຄໍາສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ ສະບັບເລກທີ 4848/ກປ, ເປົ້າໝາຍເພື່ອຊຸກຍູ້ສົ່ງເສີມໃຫ້ມີການປຸງແຕ່ງກ່ອນການສົ່ງອອກຊຶ່ງໃນທົ່ວປະເທດ ມີໂຮງງານປຸງແຕ່ງມັນຕົ້ນຈໍານວນ 22 ແຫ່ງ, ຄວາມຕ້ອງການມັນຕົ້ນດິບ ປະມານ 3.7 ລ້ານໂຕນ/ປີ, ມີຄວາມສາມາດຜະລິດແປ້ງມັນຕົ້ນ ສະເລ່ຍ 978,000 ກວ່າໂຕນ/ປີ; ເຮັດໃຫ້ສັດສ່ວນການສົ່ງອອກ ແປ້ງມັນຕົ້ນທຽບໃສ່ມູນຄ່າການສົ່ງອອກລວມ ເພີ່ມຂຶ້ນຈາກ 21% ໃນປີ 2021 ມາເປັນ 31% ໃນປີ 2024; ໄດ້ອອກແຈ້ງການກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດຈັດຕັ້ງປະຕິບັດມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າເປືອກ ສະບັບເລກທີ 5580/ຫກ, ຈຸດປະສົງ ແມ່ນຈຳກັດການສົ່ງອອກເຂົ້າເປືອກ ທີ່ຍັງບໍ່ທັນໄດ້ຜ່ານການປຸງແຕ່ງ; ໄດ້ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດທັນສະໄໝ ຢູ່ເມືອງຫາດຊາຍຟອງ, ປັດຈຸບັນ ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງຂອງໂຮງງານ ແລະ ກໍາລັງດໍາເນີນການນໍາເຂົ້າເຄື່ອງຈັກ; ຖ້າໂຮງງານໄດ້ເປີດນໍາໃຊ້ຈະສາມາດຂ້າສັດ (ງົວ-ຄວາຍ) ເພື່ອປຸງແຕ່ງເປັນຊິ້ນແຊ່ແຂງ ໄດ້ 300,000 ກວ່າໂຕ/ປີ;ໄດ້ຊຸກຍູ້ສົ່ງເສີມ ການສ້າງຕັ້ງໂຮງງານແປຮູບປາຊວາຍ ຢູ່ແຂວງຈໍາປາສັກ ສົ່ງໄປ ສປ ຈີນ ຊຶ່ງໄດ້ສົ່ງອອກແລ້ວ ຈໍານວນ 400 ກວ່າໂຕນ ແລະ ຈະສາມາດສົ່ງອອກໄດ້ປະມານ 6,000 ໂຕນ/ປີ ໃນປີ 2025 ແລະ 20,000 ໂຕນ ນັບແຕ່ປີ 2026 ເປັນຕົ້ນໄປ. ໃນນັ້ນ, ການທົດແທນການນໍາເຂົ້າ ແລະ ຮັບປະກັນ ການສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ ໄດ້ອອກແຈ້ງການກ່ຽວກັບການເພີ່ມທະວີປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຊຶ່ງໄດ້ກຳນົດ 5 ລາຍການສິນຄ້າຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຈໍານວນໜຶ່ງ. ຜ່ານການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າມີບໍລິສັດນໍາເຂົ້າສິນຄ້າກະສິກຳ ແລະ ປັດໄຈການຜະລິດ 77 ບໍລິສັດ, ສິນຄ້ານໍາເຂົ້າຕົ້ນຕໍ ແມ່ນປະເພດປຸ໋ຍ, ຫົວອາຫານສັດ, ຢາປາບສັດຕູພືດ, ອຸປະກອນການຜະລິດ. ສໍາລັບການນໍາເຂົ້າສິນຄ້າກະສິກຳ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຫັນວ່າມູນຄ່າຫຼຸດລົງ 10 ລ້ານກວ່າໂດລາ, ສິນຄ້າສ່ວນໃຫຍ່ແມ່ນໝວດວັດຖຸດິບໃຊ້ໂຮງງານປຸງແຕ່ງ. ສະນັ້ນ, ເຫັນຄວນໃຫ້ສືບຕໍ່ຈັດຕັ້ງປະຕິບັດການເກືອດຫ້າມດັ່ງກ່າວ ຢູ່ດ່ານປະເພນີ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ອື່ນໆອີກ.
ການສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ້, ໃນ 5 ເດືອນຕົ້ນປີຜ່ານມາ ປະຕິບັດໄດ້ 977 ລ້ານກວ່າໂດລາເທົ່າ 65% ຂອງແຜນການສະພາແຫ່ງຊາດ ຮັບຮອງ, ຄາດວ່າໝົດປີ ຈະບັນລຸໄດ້ ລື່ນ ແຜນການ, ໃນນີ້:ການສົ່ງອອກພືດ ແລະ ຜະລິດຕະພັນພືດ ປະຕິບັດໄດ້ 73.7% ຂອງແຜນການ,ການສົ່ງອອກສັດ ແລະ ຜະລິດຕະພັນສັດ ປະຕິບັດໄດ້ 49.5% ຂອງແຜນການ;ການສົ່ງອອກ ໄມ້ ແລະ ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ ປະຕິບັດໄດ້ 37.3% ຂອງແຜນການ.
ສໍາລັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ 1) ຍັງມີບາງລາຍການສິນຄ້າກະສິກຳ ທີ່ພວກເຮົາ ຜະລິດໄດ້ ແລະ ພ້ອມທີ່ຈະສົ່ງອອກ ແຕ່ຍັງບໍ່ໄດ້ຮັບອະນຸມັດຢ່າງເປັນທາງການ ຈາກປະເທດຄູ່ຄ້າ ສ້າງຄວາມບໍ່ແນນອນຕໍ່ຜູ້ປະກອບການ ແລະ ຜູ້ລົງທຶນ; 2) ການເຂົ້າເຖິງນະໂຍບາຍສິນເຊື່ອດອກເບ້ຍທີ່ເໝາະສົມ ຍັງສືບຕໍ່ເປັນບັນຫາຕໍ່ຊາວກະສິກອນ, ກຸ່ມ ແລະ ສະຫະກອນ ແລະ ຍັງເປັນໜຶ່ງໃນຂໍ້ຈຳກັດ ສໍາລັບການຂະຫຍາຍການຜະລິດກະສິກຳ; 3) ບັນດາໂຮງງານປຸງແຕ່ງກະສິກຳຂັ້ນຕົ້ນ ຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງເງິນຕາຕ່າງປະເທດ ເພື່ອມາຊື້ວັດຖຸດິບຈາກຕ່າງປະເທດ ເຮັດໃຫ້ບໍ່ສາມາດປະຕິບັດຕາມແຜນການຜະລິດ ແລະ ຜະລິດ ບໍ່ເຕັມປະສິດທິພາບຂອງໂຮງງານ.
ທ່ານ ລິນຄໍາ ດວງສະຫວັນ ຊີ້ແຈງຕື່ມວ່າ: ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ 1) ເພື່ອສືບຕໍ່ ການຊຸກຍູ້ສົ່ງເສີມການທີ່ຜະລິດສິນຄ້າກະສິກຳຢູ່ພາຍໃນ ໃຫ້ມີຄວາມເຂັ້ມແຂງທັງເປັນການສ້າງລາຍຮັບ ເຂົ້າງົບປະມານຄຽງຄູ່ກັບການຈັດຕັ້ງປະຕິບັດຕາມມະຕິ 04/ກມສພ ແລະ ມະຕິ 05/ລບ ໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ຈະຕ້ອງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າອອກມາດຕະການ ເກັບພາສີນຳເຂົ້າສິນຄ້າກະສິກຳ ທີ່ຜະລິດໄດ້ພາຍໃນຄື: ອາຫານສັດສໍາເລັດຮູບ, ຝຸ່ນອິນຊີ, ເຂົ້າ, ປະເພດ ສັດມີຊີວິດ ແລະ ຊິ້ນສ່ວນສັດ, ໄຂ່ໄກ່, ປານ້ຳຈືດ ແລະ ຜະລິດຕະພັນປານ້ຳຈືດທຸກຊະນິດ ແລະ ພືດຜັກ ທີ່ພວກເຮົາສາມາດກຸ້ມຕົນເອງໄດ້ ຕາມລະບຽບການ; 2) ສືບຕໍ່ ຄົ້ນຄວ້າ, ສ້າງເງື່ອນໄຂໃຫ້ຊາວກະສິກອນ, ກຸ່ມຜະລິດ, ສະຫະກອນ ທີ່ບໍ່ມີຫຼັກຊັບ ສາມາດເຂົ້າເຖິງດອກເບ້ຍສິນເຊື່ອທີ່ເໝາະສົມໄດ້ (ບໍລິສັດຄໍ້າປະກັນສິນເຊື່ອໃຫ້ຊາວກະສິກອນ); 3) ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເລັ່ງຍູ້ດັນປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ ໃນການອະນຸມັດລາຍການສິນຄ້າກະສິກຳ ທີ່ພວກເຮົາຜະລິດໄດ້ ແລະ ພ້ອມທີ່ຈະສົ່ງອອກ ເປັນຕົ້ນຢາງພາລາ ແລະ ຊີ້ນງົວແຊ່ແຂງ.
May be an image of 1 person