ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຍທຂ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

Aug 14, 2025

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອດໍາເນີນການທາບທາມເປີດກວ້າງ ເລືອກເຟັ້ນເອົາເປົ້າໝາຍບຸກຄະລາກອນທີ່ຈະລົງສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກກະຊວງ ຍທຂ ຊຸດໃໝ່ ສະໄໝທີ VI. ການທາບທາມຈະໄດ້ດໍາເນີນເປັນ 3 ຮອບ. ສໍາລັບຮອບທີ I ນີ້ເປັນການທາບທາມເປີດກວ້າງມີຈໍານວນຜູ້ເຂົ້າຮ່ວມທັງໝົດ 366 ສະຫາຍ./
May be an image of clarinet and flute May be an image of 2 people, dais and text
ການທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງຄັ້ງນີ້ ຈະເປັນຜູ້ສືບຕໍ່ນໍາພາກະຊວງໃນ 5 ປີຕໍ່ໜ້າແມ່ນຂຶ້ນກັບບຸກຄົນຄະນະພັກກະຊວງທີ່ບັນດາສະຫາຍຈະເລືອກເຟັ້ນຈາກຮອບທີ I ເພື່ອເປັນພື້ນຖານໃຫ້ແກ່ຮອບທີ II, ຮອບທີ III ແລະ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກະຊວງ ເພື່ອຮັບປະກັນໃຫ້ແກ່ການເລືອກເຟັ້ນເອົາບຸກຄະລາກອນເຂົ້າສະໝັກເປັນຄະນະບໍລິຫານງານພັກກະຊວງສະໄໝທີ VI.
ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ ໄດ້ຮຽກຮ້ອງມາຍັງບັນດາຮາກຖານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໃຫ້ມີຄວາມຮັບຜິດຊອບທາງດ້ານການເມືອງສູງ ຕັດສິນໃຈເລືອກເຟັ້ນເອົາບຸກຄະລາກອນທີ່ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດດ້ານວິຊາການໃດໜຶ່ງທີ່ແນ່ນອນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕຂອງພັກ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ຫຼີກເວັ້ນແນວຄິດອັກຄະຕິສ່ວນຕົວຕໍ່ກັນ ຊຶ່ງຈະນໍາພາໄປສູ່ການສ້າງຜົນເສຍຫາຍໃຫ້ແກ່ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ ເຮັດໃຫ້ຂາດໂອກາດເຂົ້າຮ່ວມເປັນຄະນະພັກກະຊວງ.
May be an image of 11 people, dais and text May be an image of 7 people, people studying and text
ກອງປະຊຸມໃນຮອບທີ I ນີ້ຈະສາມາດເລືອກເຟັ້ນໄດ້ບັນດາສະຫາຍທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ເພື່ອສືບຕໍ່ເປັນເຈົ້າການຊີ້ນໍາ-ນຳພາກະຊວງ ຍທຂ ໃຫ້ມີບາດກ້າວບຸກທະລຸໃໝ່ຮອບດ້ານຕາມຄໍາຂວັນຂອງຂະແໜງ ຍທຂ ທີ່ວ່າ: ” ພັດທະນາຂະແໜງການໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ “.