ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີໂຮມຊຸມນຸມເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 72 ປີ ຄືວັນທີ 13 ສິງຫາ 1950 ຫາ 13 ສິງຫາ 2022 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍມື້ວານນີ້ ( 12,8,22 ) ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງກະຊວງ, ພະນັກງານອາວຸໂສບໍານານ, ສະມາຊິກພັກພະນັກງານພາຍໃນກະຊວງ ແລະ ບັນດາສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ຫວນຄືນປະຫວັດມູນເຊື້ອຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍຕະຫຼອດໄລຍະ 72 ປີຜ່ານມາວ່າ: 72 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍແມ່ນໄດ້ມີການປ່ຽນແປງ, ປັບປຸງ ແລະ ພັດທະນາເປັນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆຕິດພັນກັບການນໍາພາຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນ ເຊິ່ງວັນທີ 13 ສິງຫາ 1950, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈຶ່ງໄດ້ຕົກລົງສ້າງຕັ້ງ “ ແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ “ໃນມື້ດຽວກັນນັ້ນ ກອງປະຊຸມຍັງໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂອງຕົນໂດຍໃສ່ຊື່ວ່າ “ ໜັງສືພິມລາວອິດສະຫຼະ “ ໜັງສືພິມນີ້ ຮູບນອກແມ່ນເປັນສຽງຂອງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານໃນເວລານັ້ນ ແຕ່ເນື້ອໃນແທ້ແມ່ນໜັງສືພິມຂອງພັກ ພ້ອມນັ້ນກໍ່ໄດ້ສ້າງຕັ້ງໂຮງພິມ ລາວອິດສະຫຼະ ຂຶ້ນເຊັັ່ນດຽວກັນ ເພື່ອຮັບໃຊ້ໜ້າທີ່ການເມືອງໃນການພິມເອກະສານຂອງກອງປະຊຸມໃຫຍ່, ພິມຄໍາຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ໜັງສືພິມລາວອິດສະຫຼະ.
ໄລຍະ 72 ປີ ແຫ່ງການສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍກໍ່ຄື 47 ປີ ແຫ່ງການປົກປັກຮັກສາແລະ ພັດທະນາປະເທດຊາດຜ່ານມາ ສື່ມວນຊົນ ແລະ ການພິມຈຳໜ່າຍທຸກອົງການທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ເຕີບໃຫຍ່ເຂັ້ມແຂງ ໄດ້ປະກອບສ່ວນຢ່າງສຳຄັນໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍໃນໜຶ່ງປີຜ່ານມານີ້ ແຕ່ 2021 ຫາ 2022 ໄດ້ປະສົບກັບອຸປະສັກ ແລະ ສິ່ງທ້າທາຍທົດສອບທັງພາຍໃນ ແລະ ພາຍນອກຢ່າງໜັກໜ່ວງນາໆປະການ ເປັນຕົ້ນ: ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແນວໃດກໍ່ຕາມນັກຂ່າວຍັງຕ້ອງມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບມອບໝາຍ, ໂດຍໄດ້ເຄື່ອນໄຫວວຽກງານພາກສະໜາມເພື່ອເກັບກຳຂ່າວບາງຄົນກໍ່ໄດ້ຕິດເຊື້ອພະຍາດໂຄວິດ19 ແລະ ບາງຄົນຍັງໄດ້ເຮັດວຽກໃນຮູບແບບອອນລາຍຢູ່ເຮືອນໂດຍບໍ່ໄດ້ປະລະໜ້າທີ່ ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ, ຄວາມເສຍສະຫຼະ, ຄວາມຮັບຜິດຊອບທາງດ້ານການເມືອງຂອງພະນັກງານ, ສະມາຊິກພັກນັກຮົບສື່ມວນຊົນສົມກັບຄຳເວົ້າທີ່ວ່າ: ສື່ມວນຊົນ ແລະ ການພິມຈຳໜ່າຍແມ່ນອາວຸດທີ່ແຫຼມຄົມທີ່ມີຜົນງານຢ່າງຫຼວງຫຼາຍ ແລະ ນຳເອົາຜົນປະໂຫຍດໃຫຍ່ຫຼວງທີ່ສຸດໃຫ້ແກ່ປະເທດຊາດຂອງພວກເຮົາ. ໂອກາດນີ້ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ມີຄໍາເຫັນໂອ້ລົມເພື່ອເປັນເຂັມທິດຊີ້ທາງໃນການປັບປຸງວຽກງານສື່ມວນຊົນໃຫ້ດີຂຶ້ນເທື່ອລະກ້າວ.
1) ສື່ມວນຊົນລາວເຮົາແມ່ນສື່ທີ່ເຄື່ອນໄຫວພາຍໃຕ້ການນຳພາໂດຍກົງຮອບດ້ານຂອງພັກ, ເຊິ່ງເປັນກະບອກສຽງຂອງພັກ, ລັດ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນທັງຊາດ ເຂົ້າໃນການປະຕິບັດແນວທາງນະໂຍບາຍພັກ-ລັດໃຫ້ປະກົດຜົນເປັນຈິງ ສະນັ້ນ, ເພື່ອເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ຮັບປະກັນໃນການປະຕິບັດຖືກຕ້ອງຕາມຫຼັກການເຄື່ອນໄຫວຂອງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍແລ້ວ ເພື່ອເສີມຂະຫຍາຍມູນເຊື້ອ, ຜົນງານ ແລະ ຈຳກັດປັດເປົ່າຈຸດອ່ອນຂໍ້ຄົງຄ້າງນັ້ນ, ເຫັນວ່າຕ້ອງໄດ້ເອົາໃຈໃສ່ຕໍ່ວຽກຈຸດສຸມ, ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໂດຍຖືສຳຄັນການຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ເລິກເຊິ່ງ ແລະ ເປັນມືອາຊີບໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ນອກນັ້ນ ໃຫ້ຫັນເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເປັນອັນລະອຽດເຂົ້າສູ່ວຽກງານຕົວຈິງເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ, ສືບຕໍ່ຫັນເປັນທັນສະໄໝດ້ານຂໍ້ມູນຂ່າວສານເພື່ອຮັບໃຊ້ສັງຄົມໃນທາງສ້າງສັນ ແລະ ເກີດຜົນປະໂຫຍດສູງສຸດ, ສ້າງ ແລະ ຍົກລະດັບຄຸນທາດການເມືອງໃຫ້ບຸກຄະລະກອນສື່ມວນຊົນເວົ້າລວມ, ເວົ້າສະເພາະແມ່ນຫົວໜ້າອົງການສື່ມວນຊົນ, ຄະນະບັນນາທິການໃຫ້ໄດ້ຮຽນທິດສະດີການເມືອງ-ການປົກຄອງ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກໃນຂົງເຂດສື່ມວນຊົນໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນຕິດພັນກັບການປັບປຸງກົງຈັກການຈັດຕັ້ງໃນຂົງເຂດນີ້ ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຂະຫຍາຍຕົວຂອງເຕັກນິກເຕັກໂນໂລຊີໃໝ່ໃນປະຈຸບັນ.
May be an image of 6 people, people standing and indoor
May be an image of 1 person, flower and indoor
May be an image of 1 person, flower and indoor
May be an image of 3 people, people sitting, people standing and indoor