ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຖວທ ຊຸກຍູ້ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຢູ່ແຂວງໄຊສົມບູນ

May 1, 2025

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ຫ້ອງການ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລົງຊຸກຍູ້ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຢູ່ພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໃນວັນທີ 30 ເມສາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການ, ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທົງສະຫວັນ ໂພສາລາດ ຫົວໜ້າພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ພ້ອມດ້ວຍຜູ້ຕາງໜ້າຈາກ ຫ້ອງການ ຖວທ 5 ເມືອງ, ນັກຈັດລາຍການວິທະຍຸ-ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເພັງ ສຸພາບ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນແນໃສ່ສົ່ງເສີມວຽກງານສິດທິມະນຸດ ແລະ ສິດທິພົນລະເມືອງ, ຍຸດທະສາດ ແລະ ແຜນງານສົ່ງເສີມວຽກງານແມ່ຍິງ ກະຊວງ ຖວທ, ເພດ ແລະ ບົດບາດຍິງ-ຊາຍ ໃຫ້ກັບຜູ້ເຂົ້າຮ່ວມໄດ້ຮັບຮູ້ ເຂົ້າໃຈຕໍ່ວຽກງານດັ່ງກ່າວໃຫ້ເລິກເຊິ່ງກວ້າງຂວາງ ພ້ອມທັງນຳໄປເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານພາຍໃຕ້ການຄຸ້ມຄອງຂອງຕົນຢ່າງທົ່ວເຖິງ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານສິດທິມະນຸດ ແລະ ສິດທິພົນລະເມືອງ, ຍຸດທະສາດ ແລະ ແຜນງານສົ່ງເສີມວຽກງານແມ່ຍິງ ກະຊວງ ຖວທ, ເພດ ແລະ ບົດບາດຍິງ-ຊາຍ ຊຶ່ງສິດທິມະນຸດແມ່ນ ສິດທິພື້ນຖານ ແລະ ເສລີພາບ ທີ່ເປັນຂອງທຸກຄົນໃນໂລກ ຕັ້ງແຕ່ກຳເນີດ ສິດທິເຫລົ່ານີ້ແມ່ນມີຢູ່ນໍາພວກເຮົາທຸກຄົນ ໂດຍບໍ່ຄໍານຶງເຖິງສັນຊາດ, ເພດ, ຊົນຊາດ ຫລື ຊົນເຜົ່າ, ສີຜິວ, ສາດສະໜາ, ພາສາ ຫລື ສະຖານະພາບອື່ນໆ. ສິດຂອງພົນລະເມືອງລາວໂດຍບໍ່ຈຳແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ພົນລະເມືອງລາວຜູ້ທີ່ມີອາຍຸແຕ່ 18 ປີ ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸແຕ່ 21 ປີ ຂຶ້ນໄປມີສິດສະໝັກ ຮັບເລືອກຕັ້ງ ເວັ້ນແຕ່ຜູ້ທີ່ເປັນບ້າ, ເສຍຈິດ ແລະ ຜູ້ທີ່ສານຕັດ ສິດລົງໂທດຕັດອິດສະລະພາບ, ປິດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ສິດທິ ແລະ ບົດບາດຍິງ-ຊາຍ ສິດພື້ນຖານແມ່ນ ມີຄວາມສະເໝີພາບຍິງ-ຊາຍໃນການໃຊ້ຊີວິດ, ຄວາມປອດໄພ, ເສລີພາບ, ເງື່ອນໄຂການເຮັດວຽກທີ່ເອື້ອອຳນວຍ, ມາດຕະຖານການດຳລົງຊີວິດ, ເສລີພາບໃນການສະແດງອອກ, ການແຕ່ງງານທີ່ມີອາຍຸທີ່ເໝາະສົມ, ການຍິນຍອມ, ສິດທິການຈະເລີນພັນ, ສິດທິທາງເພດ ລວມທັງມີສິດໄດ້ຮັບມາດຕະຖານສຸຂະພາບສູງສຸດ.
ຂ່າວ: ຄຳໝັ້ນ ພຽງພິລາ