ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຖວທ ປາຖະກະຖາ 2 ວັນສຳຄັນຂອງຊາດ

Apr 5, 2024

ພະນັກງານສະມາຊິກພັກອ້ອມຂ້າງ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຮັບຟັງການປາຖະກະຖາກ່ຽວກັບ 2 ວັນສໍາຄັນ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 69 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ວັນທີ 21 ມີນາ ຄົບຮອບ 78 ປີ ໂດຍການປາຖະກະຖາຂອງ ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ.
ໃນໂອກາດນີ້ ສະຫາຍ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານອັນໃຫຍ່ ຫລວງ ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 69 ປີ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫລອດໄລຍະຜ່ານມາ, ທັງໄດ້ຍົກໃຫ້ເຫັນທາດ ແທ້ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງແມ່ນພັກຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົງຮັກພັກດີ ຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫ່ງແນວຄິດ, ເປັນເຂັມ ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ເສີມຂະ ຫຍາຍລັດທິຮັກຊາດອັນແທ້ຈິງ , ສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກຳມະກອນ, ເພື່ອນໍາເອົາຄວາມເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ.
ພ້ອມນີ້, ສະຫາຍຍັງໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນ ໂດຍສະ ເພາະ ແມ່ນຂະບວນການຕໍ່ສູ້ຂອງທະຫານ ແລະ ປະຊາຊົນ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄຳມ່ວນ ຕ້ານກອງທັບຂອງທະຫານພວກລ່າເມືອງຂຶ້ນແບບເກົ່າ ໃນວັນທີ 21 ມີນາ 1946 ເຊິ່ງແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນລາວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກປາບປາມຢ່າງນອງເລືອດກໍຕາມ ແຕ່ມັນກໍເປັນການປຸກລະດົມນ້ໍາໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນດ້ວຍຄວາມເກັ່ງກ້າສາມາດ ແລະ ມີໄຫວພິບ ເຊິ່ງບັ້ນຮົບດັ່ງກ່າວ, ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ. ຢ່າງໃດກໍຕາມ ປະຊາຊົນລາວທັງຊາດ ໄດ້ຈົດຈຳ ແລະ ຖືເອົາວັນດັ່ງກ່າວ, ເປັນວັນຄຽດແຄ້ນຂອງປະຊາຊົນລາວໃນທົ່ວປະເທດ.
ໃນພິທີຄັ້ງນີ້ ຍັງໄດ້ການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ປະຈຳປີ 2023 ຈໍານວນ 22 ໜ່ວຍພັກ ແລະ ມອບບັດສະມາຊິກພັກສົມບູນໃຫ້ 50 ສະຫາຍ ໂດຍການໃຫ້ກຽດມອບຂອງ ສະຫາຍ ວັນສີ ກົວມົວ.