ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຖວທ ສໍາເລັດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ 2

Nov 15, 2024

ພະນັກງານສະມາຊິກພັກອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈໍານວນ 40 ສະຫາຍ, ຍິງ 16 ສະຫາຍ ສໍາເລັດການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ 2 ໃນວັນທີ 14 ພະຈິກ 2024 ພາຍຫລັງໃຊ້ເວລາຮຽນເປັນເວລາ 3 ເດືອນ.
ການຈັດຝຶກອົບຮົມດັ່ງກ່າວ ເພື່ອເຮັດໃຫ້ສະມາຊິກພັກມີແນວຄິດທັດສະນະຫລັກໝັ້ນຊົນຊັ້ນກຳມະກອນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມ ການ ກໍຄື ພາລະກິດປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດຕໍ່ປະຊາ ຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນນັບມື້ມີຄຸນນະພາບສູງຂຶ້ນ.
ໃນໂອກາດເຂົ້າຮ່ວມ ແລະ ມີຄໍາເຫັນໃນພິທີປິດຊຸດຮຽນທິດສະດີຄັ້ງນີ້, ສະຫາຍ ວັນສີ ກົວມົວ, ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ໂອ້ລົມ ແລະ ເນັ້ນໜັກບັນດາສະຫາຍທີ່ສຳເລັດການຮຽນທິດສະດີຂັ້ນຕົ້ນກຳແໜ້ນບັນດາຫລັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ກຳແໜ້ນເນື້ອໃນຈິດໃຈ ແນວທາງນະໂຍບາຍຂອງພັກແຕ່ລະໄລຍະໃຫ້ດີ, ຮັບຮູ້ສະພາບຄວາມເປັນຈິງ ເພື່ອເພີ່ມທັກສະຄວາມອາດສາມາດ ກ້າຄິດ ບົນພື້ນຖານປຶກສາຫາລືເປັນໝູ່ຄະນະ,ກ້າເຮັດ, ກ້າຮັບຜິດຊອບ ເພື່ອຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ, ສ້າງການຫັນ ປ່ຽນຢ່າງແຂງແຮງເລິກເຊິ່ງ, ໝູນໃຊ້ບົດຮຽນທີ່ບັນດາສະຫາຍໄດ້ຮຽນມາເຂົ້າໃສ່ວຽກງານຕົວຈິງ ໃຫ້ສອດຄ່ອງ ແລະ ເໝາະສົມ. ນຳເອົາທິດສະດີ, ແນວທາງທີ່ໄດ້ຮຽນມາໄປທົດສອບຢູ່ກົມ, ກອງໃນວຽກງານຕົວຈິງທີ່ຕົນຮັບຜິດຊອບ ຊຶ່ງຈະຊ່ວຍໃຫ້ບັນດາສະຫາຍເຫັນໄດ້ວ່າອັນ ໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ.
ພ້ອມກັນນັ້ນ, ຕ້ອງຕັດສິນໃຈດັດແປງແກ້ໄຂອັນທີ່ບໍ່ຖືກ ຕ້ອງຢ່າງທັນການ ໂດຍສະເພາະຖືຄວາມສຳຄັນໃນການຈົງຮັກ ພັກດີຕໍ່ຊາດ, ຕໍ່ພັກ, ປະຕິບັດຕາມການນຳພາ-ຊີ້ນຳຂອງການຈັດຕັ້ງຢ່າງເຂັ້ມງວດ, ຕ້ານປະກົດການຍໍ້ທໍ້ທຸກຮູບແບບ, ຕ້ານການສໍ້ລາດບັງຫລວງ, ຕ້ານການຟຸມເຟືອຍ ແລະຖືຜົນປະໂຫຍດສ່ວນລວມ ກໍຄື ຂອງຊາດສຳຄັນທີ່ສຸດ.