ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

Mar 7, 2025

ໃນວັນທີ 6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ທ່ານທູດອີຢູ ທີ່ໄດ້ມາພົບປະແລກປ່ຽນ ແລະ ປຶກສາຫາລືກັນໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອີຢູ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ, ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫລືອຂອງ ອີຢູ ແກ່ ສປປ ລາວ ໃນຫລາຍຂົງເຂດວຽກງານ ໂດຍສະເພາະ ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ກໍຄື ການຊ່ວຍເຫລືອເພື່ອຈັດກິດຈະກຳຕ່າງໆ ເປັນຕົ້ນ ກິດຈະກຳດ້ານສິລະ ປະ-ວັດທະ ນະທຳ, ວຽກງານສື່ມວນຊົນ, ວຽກງານມໍລະດົກ ແລະ ການທ່ອງທ່ຽວ ເຊິ່ງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ວຽກງານ ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ຂອງ ສປປ ລາວ ໄດ້ຮັບການພັດທະນາ, ທັງປະກອບສ່ວນ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ, ທັງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານທູດ ສືບຕໍ່ປະຕິບັດບັນດາໂຄງການຊ່ວຍເຫລືອຂອງ ອີຢູ ໃນອະນາ ຄົດ ເພື່ອສ້າງບາດລ້ຽວໃໝ່ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ລາວ-ອີຢູ ກໍຄື ລະຫວ່າງກະຊວງ ຖວທ ແລະ ອີຢູ ໃຫ້ນັບມື້ນັບ ຂະຫຍາຍຕົວຂຶ້ນ ໄປເລື້ອຍໆ.
ທ່ານ Mark Gallagher ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະ ຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງຝ່າຍ ອີຢູ-ລາວ ກໍຄື ອີຢູ ແລະ ກະຊວງ ຖວທ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປເລື້ອຍໆ, ພ້ອມທັງຢືນຢັນວ່ າຈະສືບຕໍ່ເປັນຂົ້ວຕໍ່ ໃຫ້ການສະໜັບສະໜູນ ຊ່ວຍ ເຫລືອວຽກງານຕ່າງໆ ຂອງກະຊວງ ຖວທ ໃຫ້ໄດ້ຮັບການພັດທະນາໃນອະນາຄົດ.
ພ້ອມນີ້, ທ່ານທູດ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຂອງກະຊວງ ຖວທ ຕື່ມອີກ.
ຂ່າວ-ພາບ: ທະນູທອງ
อาจเป็นรูปภาพของ 3 คน, แท่นบรรยาย, ห้องทำงานรูปไข่ของประธานาธิบดี และ ข้อความ