ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຖວທ​ ແລະ​ ພະແນກ ຖວທ​ ແຂວງຈໍາປາສັກ​ ເຂົ້າຮ່ວມງານວາງສະແດງສິນຄ້າການທ່ອງທ່ຽວ ແລະ ວັດທະນະທໍາສາກົນ ຢູ່ນະຄອນກວາງໂຈ ສປ ຈີນ

Sep 14, 2024

ກະຊວງ​ຖະແຫຼງ​ຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ)​ ແລະ​ ພະແນກ​ ຖວທ​ ແຂວງຈໍາປາສັກ​ ສປປ​ ລາວ​ ຮ່ວມ ກັບ​ ບໍລິສັດ​ ພັດທະນາການທ່ອງທ່ຽວ​ ຈໍາກັດ ນໍາໂດຍ​ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງ ຖວທ,​ ທ່ານ ວັນນະໄຊ ຊາດຕາກຸນ ຫົວໜ້າພະແນກ​ ຖວທ​ ແຂວງ​ຈຳ ປາສັກ ພ້ອມຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າການທ່ອງທ່ຽວ ແລະ ວັດທະນະທໍາສາກົນ ຢູ່ນະຄອນກວາງໂຈ ມົນທົນກ້ວາງຕຸງ ສປ ຈີນ ໃນວັນທີ 13 – 15 ກັນຍາ ນີ້.
ຈຸດປະສົງ ກໍເພື່ອເປັນການໂຄສະນາການທ່ອງທ່ຽວຂອງແຂວງຈຳປາສັກ ໃນເວທີສາກົນ ໃນໂອກາດທີ່ ສປປ​ ລາວ ເປີດປີທ່ອງທ່ຽວ 2024.​ ງານຄັ້ງນີ້​ ມີຮ້ານວາງສະແດງ ຈາກ 50 ກວ່າປະເທດເຂົ້າຮ່ວມ.​ ສໍາລັບ​ ສປປ​ ລາວ ມີ 2 ຮ້ານເຂົ້າຮ່ວມວາງສະແດງ ຄື: ຮ້ານວາງສະແດງ ຂອງກະຊວງ ຖວທ​ ແລະ​ ຮ້ານວາງສະແດງ​ຂອງ​ ພະແນກ ຖວທ ແຂວງຈຳປາສັກ.​ ສິ່ງທີ່ນໍາມາວາງສະແດງ​ ມີ​ ຜະລິດຕະພັນການທ່ອງທ່ຽວ ພ້ອມດ້ວຍບັນດາຂໍ້ມູນການທ່ອງທ່ຽວ ແລະ​ ເຄື່ອງທີ່ລະນຶກທີ່ສຳຄັນກ່ຽວກັບການທ່ອງທ່ຽວຈາກຜູ້ປະກອບການທ່ອງທ່ຽວ​ຂອງ​ ສປປ​ ລາວ ​ເວົ້າລວມ,​ ເວົ້າ​ສະເພາະ​ ແມ່ນ​ແຂວງຈຳປາສັກ.​ ນອກນີ້​ ກໍມີການສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວ ຕິດພັນກັບການສະແດງສີລະປະຊົນເຜົ່າ ແລະ ເຊັນສັນຍາຮ່ວມມືດ້ານການທ່ອງທ່ຽວ​ ກັບ​ ບໍລິສັດ​ທ່ອງທ່ຽວ​ ທີ່ຢູ່ນະຄອນກວາງໂຈ ສປ ຈີນ ຕື່ມອິກ.
(ຂ່າວ​: ທູນທອງໃຈ​, ພາບ​: ຂະແໜງທ່ອງທ່ຽວແຂວງ)