ວັນທີ 10 ຕຸລາ 2024, ທີ່ນະຄອນຫລວງວຽງຈັນ, ສຳນັກຂ່າວຊິນຮວາ ຕ່າງໜ້າໃຫ້ຜູ້ອຳນວຍການຂົງເຂດອາຊີ-ປາຊີຟິກ ທີ່ປະຈຳຢູ່ຮົງກົງ ໄດ້ມອບເຄື່ອງອຸປະກອນດ້ານໄອທີໃຫ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ). ຕາງໜ້າມອບໂດຍ ທ່ານ ຈາງ ຊົງຟາງ ( Zhang Chongfang) ຮອງຜູ້ອຳນວຍການ ສຳນັກຂ່າວຊິນຮວາ ປະຈໍາພາກພື້ນອາຊີ-ປາຊີຟິກ. ຕາງຫນ້າຮັບໂດຍທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖວທ
ທ່ານ ໂພສີ ແກ້ວມະນິວົງ ໃຫ້ຮູ້ວ່າ: ເຄື່ອງອຸປະກອນດ້ານໄອທີ ທີ່ສຳນັກຂ່າວຊິນຮວານຳມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີ້ຕັ້ງໂຕະ, ຄອມພິວເຕີໂນດບຸກ, ແທັບເລັດ, ກ້ອງຖ່າຍຮູບ, ໂປເຈັກເຕີ້ ແລະ ອຸປະກອນວິດີໂອທາງໄກ ຊຶ່ງອຸປະກອນທີ່ໄດຮັບໃນຄັ້ງນີ້ຈະນຳມາຮັບໃຊ້ໃນວຽກງານຂອງກະຊວງ ຖວທ ເປັນຕົ້ນວຽກງານຂ່າວສານ ວຽກງານຫ້ອງການ ແລະ ວຽກງານອື່ນໆ ໂດຍສະເພາະປັດຈຸບັນ ປະເທດລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ຕ້ອງການອຸປະກອນຮັບໃຊ້ທີ່ທັນສະໄໝ ລວມທັງ ຈະໄດ້ແຈກຢາຍໃຫ້ບັນດາກົມກອງຕ່າງໆທີ່ມີຄວາມຈຳເປັນເພື່ອນຳໃຊ້ເຂົ້າໃນວຽກງານໃຫ້ເປັນປະໂຫຍດສູງສຸດ.
ຂ່າວ: ດວງສະຫວັນ ຂັນທະວົງສາ



