ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ປກສ ສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາ ມະຫາວິທະຍາໄລລາວ

Nov 2, 2024

ກະຊວງ ປກສ ສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງຂັນມະຫາກຳກິລາ ມະຫາວິທະຍາໄລລາວ
ໃນວັນທີ 30 ຕຸລາ 2024 ວິທະຍາຄານ ສັນຕິບານປະຊາ ຊົນ (ວສປ) ໄດ້ຈັດພິທີສະຫຼຸບຜົນສຳເລັດການເຂົ້າຮ່ວມແຂ່ງ ຂັນມະຫາກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ II ຢູ່ມະຫາ ວິທະ ຍາໄລແຫ່ງຊາດໃນລະຫວ່າງວັນທີ 5-14 ພຶດສະພາ 2024 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ພົຕ ປອ ສຸວັນນີສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.
ໃນພິທີ, ພັອ ປອ ສີພອນພັນທະວົງ ຮອງຫົວໜ້າອໍານວຍການ ວສປ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການເຂົ້າຮ່ວມງານມະຫາກຳກິລາມະ ຫາວິທະຍາໄລລາວ ຄັ້ງທີ II ທ່ານໄດ້ກ່າວວ່າ: ພາຍຫຼັງໄດ້ຮັບການອະນຸມັດຈາກຂັ້ນເທິງ ທາງຄະນະຮັບຜິດຊອບ ໄດ້ຄົ້ນຄວ້າຜັນຂະຫຍາຍແຜນວຽກທີ່ວສປ ໂດຍໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບຊີ້ນໍາລວມ, ອະນຸກຳມະການຕ່າງໆ, ຄູຝຶກ ແລະນັກກິລາ ທັງໝົດ 157 ສະຫາຍ, ທີ່ມາຈາກກົມກອງທ້ອງຖິ່ນ. ໃນ ນີ້, ກໍາລັງປ້ອງກັນຄວາມສະຫງົບ 29 ສະຫາຍ, ຄັດມາຈາກກິລາເທຄວນໂດ 11 ສະຫາຍ ຍິງ 6 ສະ ຫາຍ; ຈາກກິລາເປຕັງ 1 ສະຫາຍແລະ ໄດ້ເຂົ້າສູນຝຶກຊ້ອມຫັດແອບເປັນປົກກະຕິ ເຊິ່ງການຝຶກຊ້ອມກິລາແຕ່ລະປະເພດແມ່ນໄດ້ເລີ່ມແຕ່ວັນທີ 30 ເມສາ 2024 ເປັນຕົ້ນມາ ໄດ້ກໍານົດເອົາສະໜາມກິລາຂອງ ວສປ ເປັນສະຖານທີ່ຝຶກ ຊ້ອມ. ຜ່ານການລົງຕິດຕາມ, ໃກ້ ຊິດຕິດແທດເຫັນໄດ້ວ່າ: ຄູຝຶກ ແລະ ນັກກິລາ ໄດ້ເອົາໃຈໃສ່ໃນການຝຶກຊ້ອມ, ຫັດແອບ, ທົດ ສອບຄວາມແຂງແຮງ, ຄວາມໄວ, ເຕັກນິກຍຸດທະວິທີຢູ່ພາຍໃນທີມ, ບາງປະເພດກໍໄດ້ທົດສອບຕົວຈິງກັບທີມພາຍນອກ ເພື່ອຊອກປະ ສົບການ ແລະ ສ້າງຄວາມລຶ້ງເຄີຍ ໃນການແຂ່ງຂັນກິລາແຕ່ລະປະ ເພດ; ພ້ອມທັງຄົ້ນຄວ້າຄັດເລືອກເອົາ 8 ປະເພດກິລາເຂົ້າຮ່ວມແຂ່ງ ຂັນຄື: ກິລາບານເຕະ, ບານສົ່ງຊາຍ-ຍິງ, ກິລາມວຍເທຄວັນໂດ, ເປ ຕັງ, ແລ່ນ-ລານ, ອີສະປອດ ແລະກິລາມວຍຢູໂດ.
ສຳລັບນັກກິລາ ວສປ ສາມາດຊີງໄຊ ໄດ້ທັງໝົດ 27 ຫຼຽນ. ໃນນີ້, ໄດ້ 11 ຫຼຽນຄຳ, 7 ຫຼຽນເງິນ ແລະ 9 ຫຼຽນທອງ.
ທັງນີ້, ເພື່ອເປັນການຍ້ອງຍໍສັນລະເສີນຜົນງານ ແລະ ຈາລຶກຄຸນງາມຄວາມດີຂອງຄະນະຮັບ ຜິດຊອບ, ຄູຝຶກ ແລະ ນັກກິລາ ທີ່ຍາດໄດ້ຫຼຽນລາງວັນປະເພດຕ່າງໆ, ກະຊວງປ້ອງກັນຄວາມສະຫງົບ,ກົມໃຫຍ່ເມືອງ ປກສ ແລະ ວິທະ ຍາຄານສັນຕິບານປະຊາຊົນ ຈຶ່ງໄດ້ຕົກລົງມອບໃບຍ້ອງຍໍ ຂັ້ນກະຊວງປ້ອງກັນຄວາມສະຫງົບ ໃຫ້ຄະນະຊີ້ນຳ, ອະນຸກຳມະການ ແລະ ນັກກິລາທີ່ມີຜົນງານຍາດໄດ້ລາງວັນທີໜຶ່ງ (ຫຼຽນຄຳ) ໃນການເຂົ້າຮ່ວມແຂ່ງຂັນກິລາມະຫາວິທະຍາໄລລາວ ຄັ້ງທີ II ຈຳນວນ 31 ສະຫາຍ, ຍິງ 7 ສະຫາຍ, ມອບໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມ ສະຫງົບ ຈຳນວນ 23 ສະຫາຍ, ຍິງ 3 ສະຫາຍ, ມອບໃບຍ້ອງຍໍຂັ້ນວສປ ຈຳນວນ 18 ສະຫາຍ, ຍິງ 5 ສະ ຫາຍ, ມອບໃບຊົມເຊີຍຂັ້ນວສປ ຈຳນວນ 82 ສະຫາຍ ຍິງ 23 ສະຫາຍ. ເພື່ອເປັນການຊຸກຍູ້ໃຫ້ກຳລັງໃຈ, ສ້າງແຮງຈູງໃຈໃຫ້ຄູຝຶກແລະ ນັກກິລາທຸກສະຫາຍ ເພື່ອສືບຕໍ່ຝຶກຊ້ອມ ແລະ ເຂົ້າຮ່ວມແຂ່ງຂັນໃນຕໍ່ໜ້າໃຫ້ໄດ້ຮັບໄຊຊະ ນະຍິ່ງໃຫຍ່ກວ່າເກົ່າ.
ທີ່ມາ: ຄວາມສະຫງົບລາວ