ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ປກສ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ

Mar 12, 2025

ໃນວັນທີ 12 ມີນາ 2025 ນີ້, ກະຊວງ ປກສ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ, ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ຊຶ່ງນຳພາໂດຍ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ແລະ ພັທ ດຣ ນາງ ມະນີໄລ ທິບພະວົງ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງ ປກສ ຄະນະຮັບຜິດຊອບຂະບວນການບໍລິຈາກເລືອດ ກະຊວງ ປກສ, ມີ ນາຍ ແລະ ພົນຕຳຫຼວດກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫຼາຍ.
ດຣ ຈັນທະລາ ສຸກສາຄອນ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳຄັ້ງນີ້, ຈັດຂຶ້ນເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ( ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ) ໂດຍສະເພາະວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ, ທັງເປັນການປະກອບສ່ວນເຂົ້າໃນການສະໜອງເລືອດທີ່ປອດໄພ ໃຫ້ກັບຄົນເຈັບ ທີ່ນອນຮັກສາຕົວຢູ່ຕາມໂຮງໝໍແຫ່ງຕ່າງໆ ຢູ່ສູນກາງ-ທ້ອງຖິ່ນ ໄດ້ມີເລືອດພຽງພໍ ແລະ ປອດໄພ.
ຊຶ່ງກິດຈະກຳການບໍລິຈາກເລືອດ, ແມ່ນວຽກງານມະນຸດສະທຳໜຶ່ງທີ່ສັງຄົມໃຫ້ຄວາມສໍາຄັນ ເພາະວ່າຄວາມຕ້ອງການເລືອດ ເພື່ອໃຊ້ເຂົ້າໃນການປິ່ນປົວຄົນເຈັບໃນແຕ່ລະມື້ແມ່ນນັບມື້ສູງຂຶ້ນ ໂດຍສະເພາະ ແມ່ນເອື້ອຍ-ນ້ອງແມ່ຍິງ ແລະ ເດັກນ້ອຍ, ເຊິ່ງມີອັດຕາສ່ວນການໃສ່ເລືອດຫຼາຍກວ່າໝູ່ຍ້ອນຫຼາຍສາເຫດ ເຊັ່ນ: ການເກີດລູກຜິດປົກກະຕິເສຍເລືອດຫຼາຍ, ພະຍາດຂາດເລືອດຊໍາເຮື້ອ ແລະ ການຜ່າຕັດອື່ນໆ.
ສະນັ້ນ, ຂໍຮຽກຮ້ອງມາຍັງບັນດາ ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ເຄີຍບໍລິຈາກມາແລ້ວ ຈົ່ງເຊີດຊູບົດບາດໃນການສົ່ງເສີມການບໍລິຈາກເລືອດແບບປອດໄພ, ເປັນແບບ ຢ່າງທີ່ດີໃນການສືບຕໍ່ບໍລິຈາກເລືອດຢ່າງຕໍ່ເນື່ອງສະໝໍ່າສະເໝີ, ທັງເປັນຜູ້ປຸກລະດົມຂົນຂວາຍຄົນອື່ນໃຫ້ມາເຂົ້າຮ່ວມບໍລິຈາກເລືອດໃຫ້ຫຼາຍຂຶ້ນ.
ດຣ ຈັນທະລາ ສຸກສາຄອນ ໃຫ້ຮູ້ຕື່ມວ່າ: ການບໍລິຈາກເລືອດບໍ່ສະເພາະແຕ່ໃນຍາມທີ່ມີກິດຈະກຳເທົ່ານັ້ນ, ແຕ່ບັນດາທ່ານ ຍັງສາມາດປະກອບສ່ວນບໍລິຈາກເລືອດ ໄດ້ທຸກວັນ ບໍ່ເວັ້ນວັນພັກທາງລັດຖະການ, ພຽງແຕ່ ທ່ານມີອາຍຸ 18 ປີ, ມີນ້ຳໝັກ 45 ກິໂລຂຶ້ນໄປ, ມີສຸຂະພາບຮ່າງກາຍແຂງແຮງ ກໍສາມາດມາຮ່ວມບໍລິຈາກເລືອດໄດ້ ທີ່ສະຖາບັນເລືອດແຫ່ງຊາດ ຫລື ສູນເລືອດແຂວງ ທີ່ໃກ້ບ້ານທ່ານ ໃນຂອບເຂດທົ່ວປະເທດ, ເພາະການໃຫ້ເລືອດແມ່ນການໃຫ້ຊີວິດ, ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ. ນອກຈາກເປັນການຮ່ວມສ້າງບຸນກຸສົນແລ້ວ ຍັງເປັນການປະຕິບັດໜ້າທີ່, ພັນທະຂອງພົນລະເມືອງລາວ ແລະ ໜ້າທີ່ທາງດ້ານມະນຸດສະທຳ ຕື່ມອີກ.