ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຜທ ມອບຫລຽນກາລະນຶກ 70 ປີວັນສ້າງຕັ້ງພັກ

Mar 26, 2025

ກະຊວງ ຜທ ມອບຫລຽນກາລະນຶກ 70 ປີວັນສ້າງຕັ້ງພັກ
ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດພິທີມອບຫລຽນກາລະນຶກ 70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໃນວັນທີ 26 ມີນາ 2025 ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ຜທ, ມີກໍາມະການປະຈໍາພັກ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານສູນສະຖິຕິແຫ່ງຊາດ, ບັນດາຮອງລັດຖະມົນຕີ, ທຽບເທົ່າຮອງລັດຖະມົນຕີ, ຫົວໜ້າສູນ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ບຸນມີ ວິໄລຈິດ ກຳມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານມະຕິຕົກລົງວ່າດ້ວຍການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົົນ ປະຕິວັດລາວ ເຊິ່ງມີພະນັກງານໄດ້ຮັບຫລຽນກາລະນຶກ ຈໍານວນ 24 ສະຫາຍ, ຍິງ 3 ສະຫາຍ ແລະ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍ ການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໂດຍມີ 12 ໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີ 3 ໜ່ວຍພັກເປັນໜ່ວຍພັກກາງ. ພ້ອມນັ້ນ, ຍັງໄດ້ມອບໃບຍ້ອງຍໍ ໃຫ້ກົມກອງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫລອດໄລຍະ 1 ປີ ປະຈໍາປີ 2024 ຈໍານວນ 15 ກົມກອງ. ໃນນັ້ນ, ມີພະນັກງານທີ່ໄດ້ຮັບໃບຍ້ອງຍໍປະເພດ 1 ຈໍານວນ 639 ທ່ານ, ຍິງ 233 ທ່ານ, ຍ້ອງຍໍປະເພດ 2 ຈໍານວນ 1 ທ່ານ.
ໂອກາດນີ້, ສະຫາຍ ເພັດ ພົມພິພັກ ໄດ້ກ່າວສັນລະເສີນຕໍ່ຜູ້ໄດ້ຮັບການປະດັບຫລຽນກາລະນຶກ 70 ປີ ຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງຂອງບັນດາສະຫາຍ ທີີ່ໄດ້ອຸທິດເລືອດເນື້ອເຫືີ່ອແຮງ, ສະຕິປັນຍາ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົົ່າ ທີີ່ມີຕໍ່ບັນດາສະຫາຍ. ພ້ອມນີ້, ສະຫາຍ ເພັດ ພົມພິພັກ ຍັງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ພະນັກງານອາວຸໂສບໍານານ ທີ່ໄດ້ຮັບຫລຽນກາລະນຶກ 70 ປີ ແລະ ບັນດາໜ່ວຍພັກ ທີ່ໄດ້ຮັບນາມມະຍົດ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃບຍ້ອງຍໍຜົນງານປະຈໍາປີໃນຄັ້ງນີ້ ເປັນສິ່ງໜຶ່ງທີ່ສະແດງເຖິງນາມມະຍົດອັນລໍ້າຄ່າຂອງພັກ ແລະ ລັດ ທີ່ໄດ້ມອບໃຫ້ກະຊວງ, ໜ່ວຍພັກ, ບັນດາກົມ, ພະນັກງານ-ລັດຖະກອນ ທີ່ມີຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິ ບັດໜ້າທີ່ການເມືອງຂອງການຈັດຕັ້ງພັກ ແລະ ບຸກຄົນ ໃນແຕ່ລະໄລຍະ ໂດຍສະເພາະແມ່ນການຈັດ ຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄຳສັ່ງຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ໄປພ້ອມໆກັບການປັບປຸງແບບແຜນວິທີເຮັດວຽກຂອງກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທຸກສະຫາຍ ພ້ອມທັງສຸມເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄວາມສາມັກຄີເປັນປຶກແຜ່ນ, ດ້ວຍຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ແລະ ພ້ອມພຽງກັນຈັດຕັ້ງປະຕິ ບັດໜ້າທີ່ວຽກງານຢ່າງຕັ້ງໜ້າ, ສຸດກົກສຸດປາຍ ແລະ ມີຜົນສໍາເລັດສູງ.
ທີ່ມາ: ກະຊວງ ຜທ