ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຜທ ມອບເງິນ100 ລ້ານກີບໃຫ້ເມືອງວຽງໄຊ ເພື່ອປັບປຸງພື້ນຖານໂຄງລ່າງ.

Nov 15, 2024

ໃນໂອກາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ)ເຄື່ອນໄຫວຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງວຽງໄຊ ແຂວງຫົວພັນເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພິພັກໄດ້ຕາງໜ້າໃຫ້ກະຊວງ ຜທ ມອບເງິນ ຈຳນວນ 100 ລ້ານກີບ ໃຫ້ເມືອງວຽງໄຊ ເພື່ອປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງການພັດທະນາຂອງເມືອງ, ເຊິ່ງກ່າວຮັບໂດຍທ່ານ ສິງວົງໄຊ ສຸລິວົງພັນ ວ່າການເຈົ້າເມືອງໆວຽງໄຊ.
ໂອກາດນີ້, ທ່ານ ສິງວົງໄຊ ສຸລິວົງພັນ ລາຍງານໃຫ້ຮູ້ວ່າ: ການຂະຫຍາຍຕົວດ້ານເສດຖະກິດຂອງເມືອງວຽງໄຊ ຢູ່ໃນລະດັບ 4,5%/ປີ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ບັນລຸໄດ້ 185,26 ຕື້ກີບ ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ 5.937.820 ກີບ/ຄົນ/ປີ ທຽບແຜນການ 5 ປີ ປະຕິບັດໄດ້ 74,51%. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ກວມເອົາ 67,63% ຂອງ GDP, ຂະແໜງອຸດສາຫະກຳ ກວມເອົາ 17,57% ຂອງ GDP, ຂະແໜງການບໍລິການ ກວມເອົາ 14,80% ຂອງ GDP.ສັງລວມແລ້ວ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາທຸກບ້ານໄດ້ມີທາງເຂົ້າເຖິງທຸກບ້ານ ໃນນັ້ນ, ສາມາດທ່ຽວໄດ້ 2 ລະດູ ມີ 64 ບ້ານ ແລະ ທົ່ວເມືອງ ມີຊົນລະປະທານ 613 ແຫ່ງ ສະດວກໃນ ການປູກຝັງໄດ້ 2 ລະດູ. ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 95% ຂອງແຜນການປີ.